• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບ​ເຫັນ​ຖ້ຳ​ມີ​ນ້ຳ​ຕົກ​ຕາດ​​ສູງ 350 ແມັດ ຢູ່ ຟອງ​ຍາ - ແກ​ບ່າງ

ທິມ​ງານ​ສຳຫຼວດ​ຂອງ​ຄະ​ນະ​ຄຸ້ມ​ຄອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ, ໃນ​ນັ້ນ ມີ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ຖ້ຳຫຼາຍ​ຄົນ ຫາ​ກໍ່​ພົບ​ເຫັນ​ມີ​ຖ້ຳ​ໃໝ່​ແຫ່ງ​ໜຶ່ງ​ໃນ​ສວນ​ອຸ​ທິ​ຍານ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ (ແຂວງ ກວາງ​ຈິ).
  ທິມ​ງານ​ສຳຫຼວດ​ຂອງ​ຄະ​ນະ​ຄຸ້ມ​ຄອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ ຫາ​ກໍ່​ພົບ​ເຫັນ​ມີ​ຖ້ຳ​ໃໝ່​ແຫ່ງ​ໜຶ່ງ​ໃນ​ສວນ​ອຸ​ທິ​ຍານ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ (ແຂວງ ກວາງ​ຈິ)  

ຖ້ຳ​ເຫຼົ່າ​ນັ້ນ​ມີ​ຄວາມ​ເລິກ​ປະ​ມານ 350 ແມັດ ຕາມ​ສາຍ​ຕັ້ງ ແລະ ປະ​ກົດ​ມີ​ກະ​ແສ​ນ້ຳ​ຕົກ​ຕາດ​ທີ່​ເປັນ​ເອ​ກະ​ລັກ​ທີ່​ສຸດ​ຢູ່​​ພາຍ​ໃນ​ຖ້ຳ. ໃນ​ເບື້ອງ​ຕົ້ນ, ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ເຂົ້າ​ສຳຫຼວດ​ຢູ່​ທາງ​ໃນ, ເຖິງວ່າ ການ​ສຳຫຼວດ​ຍັງ​ບໍ່​ທັນ​ສຳ​ເລັດ, ແຕ່​ຍັງ​ມີຫຼາຍ​ເຂດ​ຢູ່​ພາຍ​ໃນ​ນ້ຳ​ຍັງ​ບໍ່​ທັນ​ເຂົ້າ​ເຖິງ​​ເທື່ອ, ສະ​ນັ້ນ ຍັງ​ບໍ່ສາ​ມາດໃຫ້​ການ​ຕີ​ລາ​ຄາ​ຢ່າງ​ຮອບ​ດ້ານ​ໄດ້​ເທື່ອ.

ຄາດ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຈະ​ສືບ​ຕໍ່​ຄົ້ນ​ຄວ້າ, ສຳຫຼວດ ແລະ ປະ​ກາດ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ຖ້ຳ​ ກໍ​ຄື ນ້ຳ​ຕົກ​ຕາດ​ເຫຼົ່າ​ນັ້ນ. ປ່າ​ສະ​ຫງວນແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ ພົບ​ເຫັນມີ 425 ຖ້ຳ, ໃນ​ນັ້ນ ມີ​ປະ​ມານ 50 ຖ້ຳ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ການ​ທ່ອງ​ທ່ຽວ​ແລ້ວ, ໃນ​ນັ້ນ ມີ​ຊື່​ສຽງ​ທີ່​ສຸດ​ແມ່ນ​ຖ້ຳ ເຊີນດອງ, ຢູ່​ເຂດ​ແກ່ນ​ສານ​ຂອງປ່າ​ສະ​ຫງວນ ​ແຫ່ງ​ຊາດ​ຟອງ​ຍາ - ແກ​ບ່າງ, ແມ່ນ​ຖ້ຳ​ໃຫຍ່​ສຸດ​ໃນ​ໂລກ.

(ແຫຼ່ງຄັດຈາກ VOV)

ງານ​ບຸນ​ໝູ່​ບ້ານ ເຢືອງ​ໂໜ້ ປີ 2026 - ຈຸດ​ນັດ​ພົບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ໃນ​ເດືອນ​ພຶດ​ສະ​ພາ ຢູ່ ເຫວ້

ງານ​ບຸນ​ໝູ່​ບ້ານ ເຢືອງ​ໂໜ້ ປີ 2026 - ຈຸດ​ນັດ​ພົບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ໃນ​ເດືອນ​ພຶດ​ສະ​ພາ ຢູ່ ເຫວ້

ງານ​ບຸນໝູ່​ບ້ານ ເຢືອງ​ໂໜ້ ປີ 2026 ດ້ວຍ​ຫົວ​ຂໍ້ “ເຢືອງ​ໂໜ້ - ວິ​ວັດ​ການ​ເດືອນ​ພຶດ​ສະ​ພາ” ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 14 ພຶດ​ສະ​ພາ. ໝູ່​ບ້ານ ເຢືອ​ງໂໜ້ ຢູ່​ນະ​ຄອນ ເຫວ້ ແມ່ນ​ບ່ອນ​ທີ່​ປະ​ທານ ໂຮ່​ຈີ​ມິນ ເຄີຍ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ໃນ​ຄາວ​ເຍົາ​ໄວ.

Top