• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບປະແລກປ່ຽນນັກສຶກສາ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງ ລາວ ແລະ ບຸນ Chol Chnam Thmay ຂອງລາຊະອານາຈັກ ກຳປູເຈຍ, ຕອນຄ່ຳວັນທີ 11 ເມສາ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນນັກສຶກສາ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ.

ລາຍການສະແດງສິລະປະຂອງນັກສຶກສາ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ (ພາບ: TTXVN)

ລາຍການລວມມີບັນດາລາຍການພົບປະແລກປ່ຽນສິລະປະ ສະແດງໃຫ້ເຫັນຈຸດຄວາມງາມດ້ານວັດທະນະທຳຂອງແຕ່ລະປະເທດ; ນັກສຶກສາ 3 ປະເທດພ້ອມກັນປະຕິບັດບັນດາພິທີການທີ່ເປັນມູນເຊື້ອໃນໂອກາດບຸນປີໃໝ່ປະຈຳຊາດຂອງປະຊາຊົນ ລາວ, ກຳປູເຈຍ ດ້ວຍຄວາມປາດຖະໜາຢາກນຳມາເຊິ່ງຄວາມໂຊກດີມີໄຊ, ຄວາມຜາສຸກໃຫ້ແກ່ທຸກຄົນ.

        ເຂົ້າຮ່ວມເຫດການດັ່ງກ່າວ, ທ່ານ ຫງວຽນຫຶວຮຽບ ຫົວໜ້າຄະນະຂົນຂວາຍປະຊາຊົນຄະນະພັກນະຄອນ ໂຮ່ຈີມິນ ຢືນຢັນວ່າ: ການນຳນະຄອນ ໂຮ່ຈີມິນ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຢ່າງເລິກເຊິ່ງເຖິງນັກສຶກສາ ລາວ, ກຳປູເຈຍ ທີ່ພວມຮ່ຳຮຽນໃນບໍລິເວນນະຄອນ; ຈັດຕັ້ງບັນດາລາຍການພົບປະແລກປ່ຽນລະຫວ່າງນັກສຶກສາ 3 ປະເທດ. ແລະ ເນັ້ນໜັກວ່າ ບັນດານັກສຶກສາແມ່ນປະຖົມປັດໄຈຕັ້ງໜ້າປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ນ້ຳໃຈຜູກພັນກັນຢ່າງສະໜິດແໜ້ນຂອງປະຊາຊົນກ່ວາອີກ, ການນຳນະຄອນເຊື່ອໝັ້ນວ່າ ພວກເພື່ອນຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນອັນດີງາມລະຫວ່າງ 3 ປະເທດ, ປະກອບສ່ວນສ້າງສາປະເທດຊາດໃຫ້ເຂັ້ມແຂງຮັ່ງມີ ແລະ ວັດທະນາຖາວອນ, ພ້ອມກັນມຸ່ງໄປເຖິງເປົ້າໝາຍສ້າງປະຊາຄົມ ອາຊຽນ ສັນຕິພາບ, ຮ່ວມມື ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top