• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບປະສັນຖະວະໄມຕີ ຊາວກະສິກອນ ຫວຽດນາມ - ລາວ - ກໍາປູເຈຍ

ຕອນເຊົ້າວັນທີ 30 ພະຈິກ ຢູ່ນະຄອນ ດ່າລາດ, ແຂວງເລິມດົ່ງຂອງ ຫວຽດນາມ ໄດ້ຈັດພິທີ ໄຂລາຍການ “ພົບປະສັນຖະວະໄມຕີຊາວກະສິກອນສາມປະເທດຫວຽດນາມ - ລາວ - ກໍາປູເຈຍ ຕິດພັນກັບຜະລິດຕະພັນກະເສດປອດສານພິດ”.

ບັນດາຜູ້ແທນຕັດແຖບຜ້າ ໄຂລາຍການ (ພາບ: VOV)

ໃນຂອບເຂດລາຍການຈະດໍາເນີນບັນດາການເຄື່ອນໄຫວຄື: ກອງປະຊຸມສໍາມະນາແບ່ງປັນປະສົບການກ່ຽວກັບການພັດທະນາກະສິກໍາ, ຊາວກະສິກອນ ແລະ ຊົນນະບົດຂອງ 3 ປະເທດ; ງານຕະຫຼາດນັດຜະລິດຕະພັນກະເສດສະອາດ; ຢ້ຽມຢາມບັນດາຮູບແບບການຜະລິດ, ຮາກຖານເສດຖະກິດ, ວັດທະນະທໍາ ແລະ ທັດສະນະຕົວຈິງຢູ່ນະຄອນດ່າລາດ ເພື່ອຊອກຮູ້ກ່ຽວກັບການເຄື່ອນໄຫວຂອງ ຊາວກະສິກອນປະຈໍາຖິ່ນ...

        ພາຍຫຼັງພິທີໄຂ, ຄະນະຜູ້ແທນຂອງ 3 ປະເທດ ໄດ້ໄປຢ້ຽມຢາມບັນດາຮູບແບບເຮັດກະສິກໍາທີ່ໝູນໃຊ້ເຕັກໂນໂລຢີສູງຢູ່ ຟາມ ດ່າລາດ Hasfarm, ບໍລິສັດ ດ່າລາດ GAP ຈໍາກັດ ແລະ ໝູ່ບ້ານດອກໄມ້ວ້ານແທັ່ງ; ຫົວໜ້າຄະນະຜູ້ແທນລາວ, ກໍາປູເຈຍ ພົບປະກັບການນໍາພັກ, ລັດຫວຽດນາມ ແລະ ການນໍາແຂວງເລິມດົ່ງ; ກອງປະຊຸມສໍາມະນາແບ່ງປັນປະສົບການກ່ຽວກັບການພັດທະນາກະສິກໍາ, ຊາວກະສິກອນ; ພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ໜູນຊ່ວຍການໝູນໃຊ້ເຕັກໂນໂລຢີສູງ ແລະ ລະບົບຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ການເກັບຊື້ຜະລິດຕະພັນກະສິກໍາ...

        ລາຍການພົບປະສັນຖະວະໄມຕີຊາວກະສິກອນ 3 ປະເທດ ຫວຽດນາມ, ລາວ, ກໍາປູເຈຍ ຕິດພັນກັບ ງານຕະຫຼາດນັດຜະລິດຕະພັນກະເສດ ຢູ່ດ່າລາດ ຈະດໍາເນີນແຕ່ວັນທີ 30 ພະຈິກ ຮອດວັນທີ 2 ທັນວາ 2019 ຈຶ່ງອັດລົງ. 

(ແຫຼ່ງຄັດຈາກ VOV)

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ຕອນບ່າຍວັນທີ 28 ພະຈິກນີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງໂຕກຽວ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ (1973-2023) . ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ເຈົ້າຈັກກະພັດ ຍີ່ປຸ່ນ Akishino ແລະ ເຈົ້າຍິງ, ປະທານສະພາຕ່ຳ ຍີ່ປຸ່ນ Nukaga Fukushiro, ພ້ອມກັບເຈົ້າໜ້າທີ່ຂອງຫວຽດນາມ ແລະ ຍີ່ປຸ່ນ ອີກຫຼາຍທ່ານ.

Top