• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​​ໄວ້​ອາ​ໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຖືກ​ຈັດ​ຂຶ້ນ​ຢ່າງ​ສົມກຽດ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ

ໃນວັນທີ 26 ກໍລະກົດ, ພິທີໄວ້ອາໄລທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ບັນດາສະຖານທູດ ແລະ ອົງການຜູ້ຕາງໜ້າທາງການທູດ ຫວຽດນາມ ປະຈຳຢູ່ຫຼາຍປະເທດໃນໂລກ.

ຢູ່ ໄທ, ນັບແຕ່ຕອນເຊົ້າວັນທີ 26 ກໍລະກົດ, ມີບັນດາອົງການຈັດຕັ້ງສາກົນ, ສະຖານທູດບັນດາປະເທດປະຈຳ ໄທ ເຊັ່ນ: ຈີນ, ສປປ.ເກົາຫຼີ, ຝລັ່ງ, ເຢຍລະມັນ, ແດນມາກ…,ບັນດາກະຊວງ, ຂະແໜງການຂອງໄທ, ສະມາຄົມນັກທຸລະກິດທົ່ວປະເທດໄທ, ບັນດາກຸ່ມບໍລິສັດ, ວິສາຫະກິດ ໄທ, ຊາວຫວຽດນາມ ອາໄສຢູ່ໄທ, ອົງການພຸດທະສາສະໜາ ໄດ້ມີໜ້າເຂົ້າຮ່ວມພິທີໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ຢູ່ ຮຸງກາຣີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດຕ່າງປະເທດ ຮຸງກາຣີ, ປະທານພັກກຳມະກອນ ຮຸງກາຣີ, ຫຼາຍຄະນະທຸຕານຸທູດບັນດາປະເທດ, ເຊັ່ນ: ລາວ, ມາເລເຊຍ, ຍີ່ປຸ່ນ, ລັດເຊຍ, ການາດາ, ອີຣານ, ນີເຊຣີ, ລັດ ປາແລັດສະຕິນ, ບັນດາຄະນະປະຕິບັດງານສັງກັດ ສະຖາບັນບັນດິດວິທະຍາສາດ ຫວຽດນາມ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ, ຜູ້ຕາງໜ້າບັນດາໝູ່ຄະນະ, ພໍ່ແມ່ຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ, ນັກສຶກສາ, ແຮງງານທີ່ພວມເຮັດວຽກ, ຮ່ຳຮຽນຢູ່ ຮຸງກາຣີ ໄດ້ເຂົ້າໄວ້ອາໄລ ແລະ ຂຽນໃສ່ປຶ້ມໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງເປັນຈຳນວນຫຼວງຫຼາຍ.

ຢູ່ ບັງກະລາເທດ, ມີທັງໝົດ 27 ຄະນະຂອງລັດຖະບານ ແລະ ບັນດາພັກການເມືອງຢູ່ ບັງກະເລເທດ, ຜູ້ຕາງໜ້າອົງການການທູດ, ສະມາຄົມມິດຕະພາບ ແລະ ເພື່ອນມິດ, ພໍ່ແມ່ຊາວ ຫວຽດນາມ ພວມດຳລົງຊີວິດຢູ່ປະເທດປະຈຳຖິ່ນໄດ້ມາໄວ້ອາໄລ, ສະແດງຄວາມເສົ້າສະຫຼົດໃຈ ແລະ ຂຽນໃສ່ປຶ້ມໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

(ແຫຼ່ງຄັດຈາກ VOV)

ເດືອນພຶດ​ສະ​ພາ ກັບ​ມາ​ຢາມ​ໝູ່​ບ້ານ ແຊນ

ເດືອນພຶດ​ສະ​ພາ ກັບ​ມາ​ຢາມ​ໝູ່​ບ້ານ ແຊນ

ບ້ານ ແຊນ, ເມືອງ ນາມດານ, ແຂວງ ເງະອານ ໄດ້ຕິດພັນກັບຄາວເຍົາໄວຂອງປະທານ ໂຮ່ຈີມິນ, ການນຳຜູ້ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງຊາດ ຫວຽດນາມ. ໃນເດືອນ ພຶດສະພາ ແຕ່ລະປີ, ເມື່ອດອກບົວບານ, ບ້ານ ແຊນ ໄດ້ຕ້ອນຮັບແຂກທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມ, ສະແດງຄວາມເຄົາລົບນັບຖືຕໍ່ປະທານ ໂຮ່ຈີມິນ ເປັນຈຳນວນຫຼາຍ.

Top