• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ໄວ້​ອາ​ໄລ, ປົງ​ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ

ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ດົ່ງເຕິມ, ເມືອງບ໊າເຟືອກ, ແຂວງແທັງຮວ໊າ, ອົງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດແຂວງແທັງຮວ໊າ ໄດ້ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ລວມ 20 ຊຸດ.

(ພາບ: TTXVN)

 ທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງແທັງຮວ໊າ ຟ້າມດັງກວ່ຽນ ເນັ້ນໜັກວ່າ: ໜ້າທີ່ຄົ້ນຫາ, ທ້ອນໂຮມ, ຂຸດຄົ້ນ ແລະ ນຳເອົາອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານກັບຄືນບ້ານເກີດເມືອງນອນ ແມ່ນການສະແດງຄວາມຮູ້ບຸນຄຸນ, ສະແດງໃຫ້ເຫັນຫຼັກສິນທຳ: “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ສຳລັບລູກຫຼານທີ່ດີເດັ່ນຂອງຊາດ, ໄດ້ອຸທິດຊີວິດໄວໝຸ່ມຂອງຕົນໃຫ້ແກ່ເອກະລາດ, ເສລີພາບຂອງສອງປະເທດຫວຽດນາມ - ລາວ.

    ທ່ານ ຟ້າມດັງກວ່ຽນ ໄດ້ສົ່ງຄຳຂອບໃຈຢ່າງເລິກເຊິ່ງເຖິງການນຳພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ພິເສດແມ່ນອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຫົວພັນ, ພ້ອມທັງຫວັງວ່າສອງຝ່າຍຈະສືບຕໍ່ສົມທົບ, ຊ່ວຍເຫຼືອກັນໃນການຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top