• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ເປີດ​ນຳ​ໃຊ້ລະ​ບົບ​ທຸ​ລະ​ກຳ​ພັນ​ທະ​ບັດ​ວິ​ສາ​ຫະ​ກິດແບບ​ເອ​ກະ​ເທດ ​

ການເປີດນຳໃຊ້ລະບົບທຸລະກຳພັນທະບັດວິສາຫະກິດຈຳໜ່າຍແບບເອກະເທດ: ບາດກ້າວເດີນໃໝ່ໃນວິວັດທະນາການເພີ່ມທະວີຄວາມຈະແຈ້ງ ແລະ ປະສິດທິຜົນໃຫ້ແກ່ຕະຫຼາດທຶນຮອນ ຫວຽດນາມ. ນີ້ແມ່ນສານທີ່ໄດ້ຍົກອອກມາທີ່ພິທີເປີດນຳໃຊ້ລະບົບທຸລະກຳພັນທະບັດວິສາຫະກິດແບບເອກະເທດ ຢູ່ພະແນກທຸລະກຳຫຼັກຊັບ ຮ່າໂນ້ຍ ຈັດຂຶ້ນໃນວັນທີ 19 ກໍລະກົດ ຢູ່ຮ່າໂນ້ຍ.
ພິທີເປີດນ້ຳໃຊ້ລະບົບທຸລະກຳພັນທະບັດວິສາຫະກິດຈຳໜ່າຍແບບເອກະເທດ (ພາບ: cand.com.vn)

ທີ່ພິທີ, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ໃຫ້ຮູ້ວ່າ: ທັດສະນະຂອງລັດ ຫວຽດນາມ ແມ່ນເຄົາລົບຂໍ້ຕົກລົງຂອງບັນດາຝ່າຍທີ່ເຂົ້າຮ່ວມຕະຫຼາດພັດທະບັດວິສາຫະກິດ. ລັດ ພຽງແຕ່ເຂົ້າຮ່ວມດ້ວຍບົດບາດສ້າງເງື່ອນໄຂສະດວກທາງດ້ານກົນໄກນະໂຍບາຍ, ການຈັດຕັ້ງຕະຫຼາດເພື່ອໜູນຊ່ວຍໃຫ້ພາກສ່ວນຕ່າງໆປະຕິບັດໃຫ້ຖືກຕ້ອງຕາມຄຳໝັ້ນສັນຍາຂອງຕົນເທົ່ານັ້ນ. 

“ຍົກສູງຄຸນນະພາບການບໍລິການຂອງບັນດາອົງການເປັນກາງ, ບໍລິສັດຫຼັກຊັບ, ນັບແຕ່ຂອດຈຳໜ່າຍ ຕະຫຼອດຮອດການໜູນຊ່ວຍວິສາຫະກິດຈຳໜ່າຍ. ຄວບຄຸມເປົ້າໝາຍທີ່ເຂົ້າຮ່ວມການລົງທຶນ. ສືບຕໍ່ເພີ່ມທະວີການເຄື່ອນໄຫວຕິດຕາມກວດກາ ເພື່ອແນໃສ່ດັດປັບ ແລະ ແກ້ໄຂການລະເມີດໃນການເຄື່ອນໄຫວຈຳໜ່າຍ, ລົງທຶນ ແລະ ສະໜອງການບໍລິການທີ່ກ່ຽວຂ້ອງເຖິງພັດທະບັດຢ່າງເຂັ້ມງວດ, ຮັບປະກັນລັກສະນະເປີດເຜີຍ, ຈະແຈ້ງໃຫ້ຕະຫຼາດ.”

ທ່ານລັດຖະມົນຕີກະຊວງ ໂຮ່ດຶກເຟິກ ເນັ້ນໜັກວ່າ ເພື່ອຮັບປະກັນການພັດທະນາຕະຫຼາດພັນທະບັດວິສາຫະກິດແບບເອກະເທດຢ່າງປອດໃສ, ມີສະຖຽນລະພາບ, ປະສິດທິຜົນ, ຈະແຈ້ງ ແລະ ຍືນຍົງນັ້ນ, ຕ້ອງພັດທະນາຕະຫຼາດພັນທະບັດວິສາຫະກິດເທື່ອລະກ້າວກາຍເປັນຊ່ອງທາງລະດົມທຶນ ໄລຍະກາງ ແລະ ໄລຍະຍາວທີ່ສຳຄັນສຳລັບບັນດາວິສາຫະກິດ. ຫຼັງຈາກນັ້ນ ແມ່ນສືບຕໍ່ ແລະ ພັດທະນາຕະຫຼາດທີ່ເໝາະສົມກັບລະດັບການພັດທະນາຂອງພື້ນຖານເສດຖະກິດ, ສຳຜັດກັບບັນດາທຳນຽມ, ມາດຕະຖານສາກົນ, ຈາກນັ້ນ ກໍ່ເປີດກວ້າງ ແລະ ເຊື່ອມຕໍ່ກັບຕະຫຼາດພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top