• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼີມ​ສະຫຼອງ ​ວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເລກວາງ​ດ້າວ ຄົບ​ຮອບ100 ປີ

ເມື່ອກ່າວສູນທອນພົດຢູ່ພິທີສະເຫຼີມສະຫຼອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຫວນຄືນວິວັດການປະຕິບັດງານຂອງທ່ານ ເລກວາງດ້າວ, ອະດີດປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງລັດ ປະເທດ ສສ.ຫວຽດນາມ, ປະທານຄະນະປະທານ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວສູນທອນພົດຢູ່ພິທີ (ພາບ: TTXVN)

ຕອນຄ່ຳວັນທີ 31 ຕຸລາ, ຢູ່ແຂວງ ບັກນິງ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ແຂວງບັກນິງ ໄດ້ເປັນກຽດຈັດຕັ້ງພິທີສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງ ທ່ານປະທານສະພາແຫ່ງຊາດ ເລກວາງດ້າວ ຄົບຮອບ100 ປີ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ຝາກຊໍ່ດອກໄມ້ໄປຍັງພິທີສະເຫຼີມສະຫຼອງ.

ເມື່ອກ່າວສູນທອນພົດຢູ່ພິທີສະເຫຼີມສະຫຼອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຫວນຄືນວິວັດການປະຕິບັດງານຂອງທ່ານ ເລກວາງດ້າວ, ອະດີດປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງລັດ ປະເທດ ສສ.ຫວຽດນາມ, ປະທານຄະນະປະທານ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ. ທ່ານກ່າວວ່າ:

ເມື່ອຄິດເຖິງທ່ານເລກວາງດ້າວ, ພວກເຮົາຄິດເຖິງຮູບພາບຂອງ ພະນັກງານປະຕິວັດ ທີ່ສຸດຈິດສຸດໃຈ, ມີຄຸນສົມບັດທີ່ດີ, ມີແບບແຜນການດຳລົງຊີວິດແບບລຽບງ່າຍ, ຄ່ຽມຄົມ, ມີຄວາມຮັກແພງ ແລະ ແມ່ນສັນຍາລັກທີ່ຈົງຮັກພັກດີເພື່ອຜົນປະໂຫຍດຂອງປະຊາຊົນ. ທ່ານ ເລກວາງດ້າວ ແມ່ນການນຳທີ່ມີອິດທິພົນຊື່ສຽງອັນຍິ່ງໃຫຍ່ຂອງ ພັກ, ລັດ ແລະ ປະຊາຊົນ. ທ່ານໄດ້ປະ ແບບຢ່າງທີ່ດີກ່ຽວກັບການດຳລົງຊີວິດອັນສູງສົ່ງ ແລະ ດີງາມ ຂອງ ນັກກອມມູນິດທີ່ດີເດັ່ນ, ນັກຮຽນທີ່ດີເລີດຂອງທ່ານປະທານໂຮ່ຈີມິນໄວ້ໃຫ້ ພວກເຮົາ.

ທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມອບມະຕິ ຂອງ ຄະນະປະຈຳ ສະພາແຫ່ງຊາດກ່ຽວກັບການສ້າງຕັ້ງນະຄອນ ຕື່ເຊີນ, ແຂວງບັກນິງໃຫ້ແກ່ຜູ້ຕາງໜ້າການນຳນະຄອນ ຕື່ເຊີນ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top