• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ປະ​ກາດ​ການ​ສ້າງ​ຕັ້ງ​ນະ​ຄອ​ນ ກວາງ​ນິງ

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ, ກວາງ​ນິງ ສວມ​ບົດ​ບາດ​ສຳ​ຄັນ​ພິ​ເສດ ແມ່ນ​ບໍ​ລິ​ເວນ​ຍຸດ​ທະ​ສາດ​ດ້ານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງ​ົບ ແລະ ການ​ຕ່າງ​ປະ​ເທດ
  ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)  

ກວາງ​ນິງ ຕ້ອງ​ກາຍ​ເປັນ​ແຫ່ງ​ທີ່​ໜ້າ​ຢູ່, ໜ້າ​ມາ​ຢ້ຽມ​ຢາມ, ໜ້າ​ມາ​ລົງ​ທຶນ ແລະ ມີ​ຄວາມ​ເອກ​ອ້າງ​ມະ​ນົງ​ໃຈ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໃນ​ພິ​ທີ​ປະ​ກາດມະ​ຕິ​ຕົກ​ລົງ​ຂອງ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ນະ​ຄອນ ກວາງ​ນິງ ແລະ ຕ້ອນ​ຮັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18 ສິງ​ຫາ​ຢູ່ ກວາງ​ນິງ.

ເມື່ອມອບມະ​ຕິ​ຕົກ​ລົງ​ຂອງ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ນະ​ຄອນ ກວາງ​ນິງ ແລະ ມອບຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ​ໃຫ້​ແກ່​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປ​ຊ​ຊ ນະ​ຄອນ, ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ: ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ, ກວາງ​ນິງ ສວມ​ບົດ​ບາດ​ສຳ​ຄັນ​ພິ​ເສດ ແມ່ນ​ບໍ​ລິ​ເວນ​ຍຸດ​ທະ​ສາດ​ດ້ານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງ​ົບ ແລະ ການ​ຕ່າງ​ປະ​ເທດ:

ເລື່ອງສ້າງ​ຕັ້ງ​ນະ​ຄອນ ກວາງ​ນິງ ບໍ່​ພຽງ​ແຕ່​ແມ່ນ​ການ​ປ່ຽນ​ຊື່​ເອີ້ນ ຫຼື​ຮູບ​ແບບ​ການ​ຈັດ​ຕັ້ງ​ເທົ່າ​ນັ້ນ, ສິ່ງ​ທີ່​ສຳ​ຄັນ​ກ່​ວາ ນັ້ນ​ແມ່ນ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ດ້ານ​ຄຸນ​ນະ​ພາບ​ອີກ​ດ້ວຍ. ການ​ຄຸ້ມ​ຄອງຕ້ອງ​ທັນ​ສະ​ໄໝ​ກ່​ວາ, ເສດ​ຖະ​ກິດ​ມີ​ສີ​ຂຽວ​ກ່​ວາ, ພ​ື້ນ​ຖານ​ໂຄງ​ລ່າງ​ຕ້ອງ​ຄົບ​ຊຸດ​ກ່​ວາ. ​ວັດ​ທະ​ນະ​ທຳ​ໄດ້​ເຊີດ​ຊູ​ກ່​ວາ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ ປ​ຊ​ຊ ຕ້ອງ​ດີ​ງາມ​ກ່​ວາ. ວິ​ໄສ​ທັດ​ຂອງ ກວາງ​ນິງ ຕ້ອງ​ຈະ​ແຈ້ງ: ສ້າງ​ນະ​ຄອນ​ທັນ​ສະ​ໄໝ, ສີ​ຂຽວ, ອັດ​ສະ​ລີ​ຍະ, ເຕັມ​ໄປ​ດ້ວຍ​ສີ​ສັນ, ແມ່ນ​ຂົ້ວ​ເຕີບ​ໂຕ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ທາງ​ພາກ​ເໜືອ ຫວຽດ​ນາມ; ແມ່ນສູນ​ເສດ​ຖະ​ກິດ​ທະ​ເລ, ການ​ທ່ອງ​ທ່ຽວ, ການ​ບໍ​ລໍ​ການ ແລະ ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ບໍ​ລິ​ເວນ​ສັນ​ຕິ​ພາບ, ສະ​ຖຽ​ນລະ​ພາບ, ຮ່ວມ​ມື ແລະ ເຊື່ອມ​ໂຍງ; ແມ່ນ​ແຫ່ງ​ໜ້າ​ຢູ່, ໜ້າ​ມາ​ຢ້ຽມ​ຢາມ, ໜ້າ​ມາ​ລົງ​ທຶນ ແລະ ມີ​ຄວາມ​ເອກ​ອ້າງ​ມະ​ນົງ​ໃຈ.

(ແຫຼ່ງຄັດຈາກ VOV)

ການນຳ ພັກ, ລັດ ເຂົ້າສຸ​ສານໄຫວ້ອາໄລ ປະທານ ໂຮ່ຈີມິນ

ການນຳ ພັກ, ລັດ ເຂົ້າສຸ​ສານໄຫວ້ອາໄລ ປະທານ ໂຮ່ຈີມິນ

ຕໍ່ໜ້າດວງວິນຍານ ປະທານ ໂຮ່ຈີມິນ, ບັນດາຜູ້ແທນ ໄດ້ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບລະນຶກເຖິງຄຸນງາມຄວາມດີຢ່າງໃຫຍ່ຫຼວງຂອງເພິ່ນທີ່ມີຕໍ່ກັບພາລະກິດແຫ່ງ​ການປະຕິວັດຂອງ ພັກ ແລະ ຊາດຫວຽດນາມ.

Top