• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ​ຢູ່ ມົງ​ໂກນ

ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນໂອກາດມາຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ ໃນລະຫວ່າງວັນທີ 30 ກັນຍາ - 1 ຕຸລາ ໄດ້ຈັດຂຶ້ນຢ່າງສົມກຽວຕາມພິທີການສູງສຸດ ທີ່ສະຫງວນໃຫ້ແກ່ປະມຸກລັດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh (ພາບ: TTXVN)

ຕອນບ່າຍວັນທີ 30 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ສະໜາມຫຼວງ Sukhbaatar, ນະຄອນຫຼວງ Ulan Bator, ມົງໂກນ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນໂອກາດມາຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ ໃນລະຫວ່າງວັນທີ 30 ກັນຍາ -  1 ຕຸລາ ໄດ້ຈັດຂຶ້ນຢ່າງສົມກຽວຕາມພິທີການສູງສຸດ ທີ່ສະຫງວນໃຫ້ແກ່ປະມຸກລັດ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານາທາບໍດີ ມົງໂກນ Ukhnaagiin Khurelsukh ໄດ້ໃຫ້ການຕ້ອນຮັບສະເພາະ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຕາມພິທີທີ່ເປັນປະເພນີຂອງຊາວມົງໂກນ. ພາຍຫຼັງການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ດຳເນີນການເຈລະຈາ ແລະ ເປັນສັກຂີພິຍານ ພິທີລົງນາມເອກະສານຮ່ວມມືຫຼາຍສະບັບ.

(ແຫຼ່ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

Top