• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີປິດ​ລາຍ​ການ​ພົບ​ປະ​ມິດ​ຕະ​ພາບລະ​ຫວ່າງຊາວ​​ກະ​ສິ​ກອນ 3 ປະ​ເທດຫວຽດ​ນາມ-ລາວ-ກຳ​ປູ​ເຈຍ

ຕອນຄ່ຳວັນທີ 2 ທັນວາ, ທີ່ ນະຄອນດາລາດ, ແຂວງ ເລິມດົ່ງ, ໄດ້ຈັດພິທີປິດລາຍການພົບປະມິດຕະພາບລະຫວ່າງຊາວກະສິກອນ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ. 

ບັນດາວິສາຫະກິດໄດ້ລົງນາມໃນຂໍ້ຕົກລົງ 13 ສະບັບ (ພາບ: TTXVN)

ໂດຍໄດ້ດຳເນີນແຕ່ວັນທີ 30 ພະຈິກເຖິງ 2 ທັນວາ, ຜ່ານການເຄື່ອນໄຫວຕ່າງໆຄືກອງປະຊຸມສຳມະນາແບ່ງປັນບົດຮຽນກ່ຽວກັບການພັດທະນາດ້ານກະສິກຳ, ຊາວກະສິກອນ, ຊົນນະບົດສາມປະເທດແລະລາຍການພົບປະແລກປ່ຽນວັດທະນະທຳສິລະປະ, ຢ້ຽມຊົມບັນດາຮູບແບບກະສິກຳເຕັກໂນໂລຊີສູງ, ບັນດາຜູ້ແທນໄດ້ແລກປ່ຽນ, ແບ່ງປັນ, ສຶກສາບົດຮຽນກ່ຽວກັບການພັດທະນາດ້ານກະສິກຳ, ຊາວກະສິກອນ, ຊົນນະບົດ; ຊອກຮູ້ບັນດາກາລະໂອກາດຮ່ວມມືໃນການຜະລິດ, ເຊື່ອມຕໍ່ ແລະການຈຳໜ່າຍຜະລິດຕະພັນກະເສດ. ພ້ອມດຽວກັນນັ້ນ, ກໍ່ໂຄສະນາເຜີຍແຜ່ບັນດາຜະລິດຕະພັນກະສິກຳທີ່ມີຄວາມປອດໄພບັນລຸໄດ້ມາດຕະຖານໃນການຮັບໃຊ້ການຜະລິດ, ການຈຳໜ່າຍຢູ່ພາຍໃນ, ໜູນຊ່ວຍບັນດາວິສາຫະກິດສຳຜັດກັບຕະຫຼາດພາຍໃນແລະຕ່າງປະເທດ, ຈາກນັ້ນ, ເພີ່ມທະວີສາຍພົວພັນແຫ່ງຄວາມສາມັກຄີພິເສດ, ມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງຊາວກະສິກອນສາມປະເທດ.

        ໃນຂອບເຂດລາຍການ, ໄດ້ດຳເນີນງານຕະຫຼາດນັດຜະລິດຕະພັນກະເສດປອດສານຜິດເຊິ່ງໄດ້ດຶງດູດກ່ວາ 260 ຮ້ານ ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດ 223 ແຫ່ງຂອງສາມປະເທດ. ບັນດາວິສາຫະກິດໄດ້ລົງນາມໃນຂໍ້ຕົກລົງ 13 ສະບັບ ວ່າດ້ວຍການຮ່ວມມືທີ່ກ່ຽວຂ້ອງໃນການເຂົ້າຮ່ວມລະບົບຄວາມປອດໄພຫຼັກອະນາໄມດ້ານສະບຽງອາຫານ ແລະ ສຳຜັດກັບຕະຫຼາດການຈຳໜ່າຍຜະລິດຕະພັນ./.

(ແຫຼ່ງຄັດຈາກ VOV)

ບິ່ງເຟືອກ ແມ່ນສິ່ງພິເສດໃຫ້ແກ່ເຈດຈຳນົງ, ຄວາມມຸ່ງຫວັງໃນ ການພັດທະນາຢ່າງບໍ່ຢຸດຢັ້ງ

ບິ່ງເຟືອກ ແມ່ນສິ່ງພິເສດໃຫ້ແກ່ເຈດຈຳນົງ, ຄວາມມຸ່ງຫວັງໃນ ການພັດທະນາຢ່າງບໍ່ຢຸດຢັ້ງ

ທ່ານປະທານປະເທດ ສະເໜີ ບິ່ງເຟືອກ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອົງອາດກ້າຫານຢ່າງແຮງ, ພ້ອມກັບທົ່ວປະເທດ ກ້າວເຂົ້າສູ່ສັງກາດໃໝ່.

Top