• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີ​ໄວ້ອາ​ໄລ ທ່ານ​ອະດີດ​​ເລຂາທິການ​ໃຫຍ່ ​ເລຂ໋າຟຽວ ຢູ່ ສປຊ ​ແລະ ອາ​ເມ​ລິ​ກາ

ວັນທີ 14 ສິງຫາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ເປີດປຶ້ມໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ຂຶ້ນຢ່າງສົມກຽດ ເຊິ່ງຈະດໍາເນີນເປັນເວລາ 04 ວັນ ນັບແຕ່ວັນທີ 14 – 17 ສິງຫາ (ຕາມເວລາທ້ອງຖິ່ນ) ເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນ ນິວຢອກ, ອົງການຕາງໜ້າບັນດາປະເທດ ປະຈໍາ ສປຊ ແລະ ຜູ້ຕາງໜ້າອໍານາດການປົກຄອງຂອງປະເທດປະຈໍາຖິ່ນ ມາສະແດງຄວາມເສົ້າສະຫຼົດໃຈ ແລະ ຂຽນຄວາມໃນໃຈລົງໃນປຶ້ມໄວ້ອາໄລຜ່ານທາງເອເລັກໂຕນິກ.

   ໃນປຶ້ມໄວ້ອາໄລເອເລັກໂຕນິກ, ຄະນະທຸຕານຸທູດຂອງບັນດາປະເທດ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງມາຍັງລັດຖະບານ ແລະ ປະຊາຊົນຫວຽດນາມ ຕໍ່ການຈາກໄປຂອງ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ, ຜູ້ທີ່ໄດ້ມີການອຸທິດສ່ວນຢ່າງຫຼວງຫຼາຍເຂົ້າໃນການສ້າງສາ ແລະ ພັດທະນາປະເທດຫວຽດນາມ.

ພິທີໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວຢູ່ສະຖານທູດຫວຽດນາມ ປະຈໍາ ວໍຊີງຕັນ  

ໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈໍາ ອາເມລິກາ ກໍໄດ້ຈັດພິທີໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ຂຶ້ນຢ່າງສົມກຽດເຊັ່ນດຽວກັນ. ຜູ້ຕາງໜ້າບັນດາອົງການອໍານາດການປົກຄອງ, ສະພາແຫ່ງຊາດອາເມລິກາ ແລະ ບັນດາອົງການທຸຕານຸທູດ ປະຈໍາ ນະຄອນຫຼວງ ວໍຊີງຕັນ ໄດ້ຂຽນຄວາມໃນໃຈລົງໃນປຶ້ມໄວ້ອາໄລເອເລັກໂຕນິກ, ຝາກພວງມາລາມາໄວ້ອາໄລເພື່ອສະແດງຄວາມເສົ້າສະຫຼົດໃຈ, ໃນນັ້ນ ມີຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ; ສະມາຊິກສະພາຕໍ່າ, ເອກອັກຄະລັດຖະທູດບັນດາປະເທດ ລາວ, ມາເລເຊຍ, ມຽນມາ, ໄທ ແລະ ບັນດາປະເທດ ອາຊຽນອື່ນ ພ້ອມກັບບັນດາປະເທດ ຮຸງກາຣີ, ບັນດາປະເທດອາຟະລິກາ, ການນໍາພັກກອມມູນິດ ອາເມລິກາ, ບັນດາສະຫະສະມາຄົມວິສາຫະກິດ, ອົງການບໍ່ຂຶ້ນກັບລັດຖະບານ, ສະຖາບັນຄົ້ນຄວ້າ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ ວໍຊີງຕັນ DC. ຕາງໜ້າກໍາມາທິການພົວພັນຕ່າງປະເທດ ສະພາຕໍໍ່າ ອາເມລິກາ ເນັ້ນໜັກວ່າ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ໄດ້ປະກອບສ່ວນສໍາຄັນເຂົ້າໃນວິວັດການເພີ່ມພູນຄູນສ້າງສາຍພົວພັນທາງການທູດ ຫວຽດນາມ - ອາເມລິກາ ພັດທະນາຢ່າງດີງາມຄືໃນປັດຈຸບັນ.

        ໃນວັນດຽວກັນນີ້, ສະຖານທູດຫວຽດນາມຢູ່ຫຼາຍປະເທດໃນໂລກ ກໍໄດ້ຈັດພິທີໄວ້ອາໄລ ແລະ ເປີດປຶ້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ເຊັ່ນດຽວກັນ. 

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top