• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ລາວ 12 ຊຸດ

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທັງເນືອ, ເມືອງດ້ຽນບຽນ, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີມອບ-ຮັບ, ໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 12 ຊຸດ ຕາມພິທີທາງການທະຫານ.

ບັນດາອັດຖິທັງໝົດແມ່ນກອງທ້ອນໂຮມອັດຖິທະຫານອາສາສະໝັກ ທະຫານເຂດ 2 ຊອກຫາ ຂຸດຄົ້ນ, ທ້ອນໂຮມ ແລະ ດໍາເນີນການມອບ - ຮັບໃຫ້ທ້ອງຖິ່ນນໍາກັບເມືອປົງຢູ່ບ້ານເກີດເມືອງນອນ 

 ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ 12 ຊຸດ ໄດ້ທ້ອນໂຮມຂຸດຄົ້ນເອົາກັບຄືນເມືອປະເທດໃນຄັ້ງນີ້ ລວມມີ ຂຸມຝັງສົບ 1 ຂຸມ ໂດຍປະຊາຊົນລາວ ຝັງຢູ່ບ້ານ ນາແລ, ເມືອງ ງອຍ, ແຂວງຫຼວງພະບາງ ແລະ 11 ຊຸດທີ່ຍັງເຫຼືອ ໄດ້ຝັງຮ່ວມກັນ 2 ຂຸມນັ້ນ ແມ່ນໄດ້ຮັບການຢັ້ງຢືນວ່າ ເສຍສະຫຼະຊີວິດຢູ່ພູ ສໍາພັນ ແລະ ປະຊາຊົນທ້ອງຖິ່ນ ໄດ້ຝັງຢູ່ບ້ານ ຫ້ວຍຊາລາດ, ເມືອງງາ, ແຂວງອຸດົມໄຊ. ບັນດາອັດຖິທັງໝົດເຫຼົ່ານັ້ນ ແມ່ນກອງທ້ອນໂຮມອັດຖິທະຫານອາສາສະໝັກ ທະຫານເຂດ 2 ຊອກຫາ ຂຸດຄົ້ນ, ທ້ອນໂຮມ ແລະ ດໍາເນີນການມອບ - ຮັບໃຫ້ທ້ອງຖິ່ນນໍາກັບເມືອປົງຢູ່ບ້ານເກີດເມືອງນອນ.

(ແຫຼ່ງຄັດຈາກ VOV)

ເກີດເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີຢູ່ທາງພາກເໜືອ ອາບການິດສະຖານ, ມີຄວາມສ່ຽງເກີດມີຜູ້ຮັບບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ

ເກີດເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີຢູ່ທາງພາກເໜືອ ອາບການິດສະຖານ, ມີຄວາມສ່ຽງເກີດມີຜູ້ຮັບບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ

ເຫດແຜ່ນດິນໄຫວມີຄວາມເລິກປະມານ 28 ກມ, ດ້ວຍຈຸດເກີດແມ່ນໃກ້ກັບນະຄອນ Mazar-i-Sharif ແລະ ເທດສະບານເມືອງ Khulm, ຂຶ້ນກັບແຂວງ Balkh.

Top