• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ

ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ (1973 - 2018) ໄດ້ດຳເນີນໃນຕອນເຊົ້າວັນທີ 20 ມິຖຸນາ ຢູ່ນະຄອນ ໂຮ່ຈີມິນ.

ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ (ພາບ: TTXVN)

ໃນໄລຍະຜ່ານມາ, ການພົວພັນລະຫວ່າງນະຄອນ ໂຮ່ຈີມິນ ແລະ ອີຕາລີ ບັນລຸໄດ້ຜົນງານສຳຄັນຫລາຍຢ່າງ, ພິເສດ ແມ່ນໃນບັນດາຂົງເຂດການຄ້າ, ການລົງທຶນ, ການສຶກສາ-ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ. ທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເລແທງລຽມ ກ່າວວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ: ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ດ້ວຍຄວາມຕັດສິນໃຈຂອງການນຳທຸກຂັ້ນ ແລະ ຄວາມມານະພະຍາຍາມຮ່ວມຂອງປະຊາຊົນ 2 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອີຕາລີ ເວົ້າລວມ, ການພົວພັນຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນ ອີຕາລີ ເວົ້າສະເພາະ ຈະນັບມື້ນັບພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ”.

(ແຫຼ່ງຄັດຈາກ VOV)

 

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top