ຕອນເຊົ້າວັນທີ 04 ທັນວາ, ຢູ່ແຂວງ ຫົວພັນ, ໄດ້ຈັດພິທີມອບ - ຮັບ ແລະ ເປີດການນຳໃຊ້ໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ - ຫວຽດນາມ. ເຂົ້າຮ່ວມລາຍການມີທ່ານ ຫງວຽນຈິຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ລາວ, ຜູ້ຕາງໜ້າການນຳແຂວງ ຫົວພັນ, ພ້ອມກັບການນຳກະຊວງ, ຂະແໜງການຈຳນວນໜຶ່ງຂອງ 2 ປະເທດ.
ໂຄງການດັ່ງກ່າວມີຂອບຂະໜາດ 200 ຕຽງ, ໂດຍແຂວງ ແທັງຮວາ ແລະ ຫົວພັນ ປະຕິບັດ. ໂຄງການມີຍອດຈຳນວນເງິນລົງທຶນເກືອບ 20 ລ້ານ USD, ໃນນັ້ນ, ແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ກວມເອົາ 99,3% ຍອດເງິນລົງທຶນ. ພາຍຫຼັງນຳເຂົ້າໃຊ້ການ, ໂຮງໝໍນີ້ຈະກາຍເປັນໜຶ່ງໃນບັນດາກິດຈະກຳສາທາລະນະສຸກທີ່ມີຂອບຂະໜາດ ແລະ ທັນສະໄໝທີ່ສຸດຂອງແຂວງ ຫົວພັນ ແລະ ບັນດາທ້ອງຖິ່ນໃກ້ຄຽງຢູ່ທາງພາກເໜືອຂອງ ລາວ.
ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ຢືນຢັນວ່າ ໂຮງໝໍມິດຕະພາບ ລາວ - ຫວຽດນາມ ແມ່ນສັນຍາລັກຂອງນ້ຳໃນອັນອົບອຸ່ນ, ຈິງໃຈ, ແມ່ນການແບ່ງປັນຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ - ຫວຽດນາມ.








