• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີມອບສັນຍາລັກບ້ວງເງິນ ຂອງລັດຖະບານ ແລະ ປະຊາຊົນຫວຽດນາມສະໜັບສະໜູນກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອົງການ WHO

ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງ ໄດ້ມອບສັນຍາລັກບ້ວງເງິນ 50.000 ລ້ານ USD ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ສະໜັບສະໜູນກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອົງການອະນາໄມໂລກ (WHO).


ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງ ໄດ້ມອບສັນຍາລັກບ້ວງເງິນ 50.000 ລ້ານ USD ທີ່ສະໜັບສະໜູນກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອົງການອະນາໄມໂລກ

(ພາບ: baoquocte.vn)


ໂດຍໄດ້ຮັບການມອບສິດຈາກທ່ານນາຍົກລັດຖະມົນຕີຫວຽດນາມ, ຕອນບ່າຍວັນທີ 24 ເມສາ, ຢູ່ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງ ໄດ້ມອບສັນຍາລັກບ້ວງເງິນ 50.000 ລ້ານ USD ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ສະໜັບສະໜູນກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອົງການອະນາໄມໂລກ (WHO) ເພື່ອແນໃສ່ປະກອບສ່ວນຮ່ວມແຮງຮ່ວມໃຈໃນການປ້ອງກັນ ແລະ ຍູ້ໂລກລະບາດໂຄວິດ-19 ໃຫ້ຖ້ອຍໄປ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີ ເລຮ່ວາຍຈຸງ ໄດ້ສະແດງຄວາມຂອບໃຈຕໍ່ WHO ແລະ ບັນດາອົງການວິຊາສະເພາະຂອງສະຫະປະຊາຊາດເວົ້າລວມ ກໍຄືຫ້ອງການ WHO ແລະ ຫ້ອງການປະສານງານຂອງ ສະຫະປະຊາຊາດປະຈຳຢູ່ຫວຽດນາມ ເວົ້າສະເພາະ ໃນການສະໜັບສະໜູນ ແລະ ຊ່ວຍເຫຼືອຫວຽດນາມ ຮັບມືກັບໂລກລະບາດໂຄວິດ-19, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ - ສະຫະປະຊາຊາດ ໃນໄລຍະ 40 ກວ່າປີຜ່ານມາເລິກເຊິ່ງຂຶ້ນຕື່ມ.

ໃນສະພາບການໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນ, ກີດຂວາງວິວັດການພັດທະນາແບບຍືນຍົງໃນທົ່ວໂລກນັ້ນ, ທ່ານຮອງລັດຖະມົນຕີປາດຖະໜາວ່າ, WHO ຈະສືບຕໍ່ສວມບົດບາດໃຈກາງ, ນຳພາ ແລະ ປະສານງານບັນດາຄວາມມານະພະຍາຍາມຂອງສາກົນຢ່າງມີປະສິດທິຜົນ; ສະເໜີໃຫ້ WHO ສືບຕໍ່ເອົາໃຈໃສ່ໜູນຊ່ວຍບັນດາປະເທດພວມພັດທະນາ, ພິເສດແມ່ນຢູ່ເຂດທີ່ມີລະບົບສາທາລະນະສຸກອ່ອນແອ.

 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top