
ເຂົ້າຮ່ວມພິທີ ມີ ທ່ານ ຟ້າມບີງມີງ, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ, ທ່ານ ຫວໍວັນເຖືອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຫົວຫນ້າຄະນະຊີ້ນຳວຽກງານຖະແຫລງຂ່າວການຕ່າງປະເທດສູນກາງ.
ພາຍຫລັງປຸກລະດົມໃນໄລຍະຫນຶ່ງ, ຄະນະຈັດຕັ້ງໄດ້ຮັບ 970 ຜະລິດຕະພັນເຂົ້າຮ່ວມການເສັງ ສະແດງຜ່ານ 15 ພາສາ, ເພີ່ມຂຶ້ນ 8,6% ເມື່ອທຽບໃສ່ປີ 2016. ໃນການເສັງປີນີ້ ຄະນະຈັດຕັ້ງໄດ້ຄັດເລືອກເອົາ 67 ຜະລິດຕະພັນເພື່ອມອບລາງວັນທີຫນຶ່ງ, ທີສອງ, ທີສາມ ແລະ ລາງວັນຊົມເຊີຍ. ມີ 115 ອົງການສື່ມວນຊົນ, ພິມຈຳຫນ່າຍຂອງບັນດາຫົວຫນ່ວຍ, ທອ້ງຖິ່ນໄດ້ສົ່ງຜະລິດຕະພັນເຂົ້າຮ່ວມການເສັງ. ນອກຈາກບັນດານັກຂ່າວເຂົ້າຮ່ວມການເສັງແລ້ວ, ຍັງມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເພື່ອນມິດສາກົນກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າ. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຊີ້ແຈ້ງວ່າ:
“ໂດຍໄດ້ຈັດຕັ້ງເປັນຄັ້ງທຳອິດເມື່ອປີ 2014, ມາຮອດປະຈຸບັນ ພິທີມອບລາງວັນທົ່ວປະເທດກ່ຽວກັບຖະແຫລງຂ່າວການຕ່າງປະເທດ ຢັ້ງຢືນໄດ້ຄຸນຄ່າ ແລະ ອິດທິພົນຊື່ສຽງ. ພາຍຫລັງ ພຽງ 3 ປີ ປະຕິບັດ, ຈຳນວນຜະລິດຕະພັນເຂົ້າຮ່ວມການເສັງໄດ້ເພີ່ມຂຶ້ນທົບສອງເທົ່າ ດ້ວຍ 970 ຜະລິດຕະພັນ ແລະ ຄຸນນະພາບ ກໍ່ເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ສິ່ງດັ່ງກ່າວແມ່ນສະແດງໃຫ້ເຫັນຄວາມດຶງດູດ, ຜົນສຳເລັດ ແລະ ການແຜ່ຂະຫຍາຍຂອງການເສັງວັນດັ່ງກ່າວ ກໍ່ຄືທີ່ຕັ້ງບົດບາດໃຫມ່ຂອງປະເທດຊາດພາຍຫລັງ 30 ປີແຫ່ງການປ່ຽນແປງໃຫມ່ ແລະ ເຊື່ອມໂຍງເຂົ້າກັບສາກົນ.”ປີ 2017, ການມອບລາງວັນທົ່ວປະເທດກ່ຽວກັບຖະແຫລງຂ່າວການຕ່າງປະເທດໄດ້ຮັບການຈັດຕັ້ງເປັນຄັ້ງທີ 4. ວິທະຍຸກະຈາຍສຽງຫວຽດນາມ ຍາດໄດ້ລາງວັນທີ ສອງ 3 ລາງວັນ, ລາງວັນທີສາມ 2 ລາງວັນ ແລະ ລາງວັນຊົມເຊີຍ 2 ລາງວັນ. ໃນນັ້ນ ພາກພາສາ ລາວ ໄດ້ຮັບລາງວັນທີ 2 ໃນການເສັງນີ້.
(ແຫຼ່ງຄັດຈາກ VOV)