• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຖະຫວາຍທູບທຽນທີ່ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ຫຼວງພະບາງ

ນີ້ແມ່ນການເຄື່ອນໄຫວໂດຍສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຈັດຂຶ້ນໃນເດືອນ ກໍລະກົດ ປະຈຳປີ, ເພື່ອແນໃສ່ສຶກສາອົບຮົມໃຫ້ຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ແລະ ລາວ ມີຄວາມເຂົ້າໃຈກ່ຽວກັບຄຸນຄ່າອັນແທ້ຈິງຂອງປະຫວັດສາດ
  ພີທີຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: TTXVN)  

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ (27 ກໍລະກົດ 1947 – 27 ກໍລະກົດ 2022), ຕອນເຊົ້າວັນທີ 22 ກໍລະກົດ, ຢູ່ວັດ ເຟິດຕິກ, ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ (ທາງພາກເໜືອຂອງ ລາວ), ໄດ້ດຳເນີນພີທີຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດກອງທັບປະຊາຊົນ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ດິນແດນ ລາວ, ເພື່ອເອກະລາດຂອງປະເທດຊາດ, ເພື່ອສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ນີ້ແມ່ນການເຄື່ອນໄຫວໂດຍສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຈັດຂຶ້ນໃນເດືອນ ກໍລະກົດ ປະຈຳປີ, ເພື່ອແນໃສ່ສຶກສາອົບຮົມໃຫ້ຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ແລະ ລາວ ມີຄວາມເຂົ້າໃຈກ່ຽວກັບຄຸນຄ່າອັນແທ້ຈິງຂອງປະຫວັດສາດ, ຮັກສາ, ເພື່ອແນໃສ່ເພີ່ມພູນຄຸນສ້າງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top