• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ ລັດກາຕາ ຢ່າງເປັນທາງການ

ການຢ້ຽມຢາມ ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ລະຫວ່າງສອງປະເທດ, ສ້າງກຳລັງຫນູນ, ເປີດໄລຍະຮ່ວມມືໃຫມ່ໃນການພົວພັນ ຫວຽດນາມ -ກາຕາ
ພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ ລັດ ກາຕາ

ຕອນເຊົ້າວັນທີ 31 ຕຸລາ,  ຕາມເວລາທ້ອງຖິ່ນ, ຢູ່ ວັງ Amiri Diwan ນະຄອນຫລວງ Doha, ທ່ານນາຍົກລັດຖະມົນຕີ ລັດ ກາຕາ Sheikh Mohammed bin Abdulrahman bin Jasim Al-Thani ໄດ້ເປັນປະທານພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມາຢ້ຽມຢາ ລັດ  ກາຕາ ຢ່າງເປັນທາງການ.ນີ້ແມ່ນການຢ້ຽມຢາມທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ  ໄປຍັງກາຕາ ພາຍຫລັງ 15 ປີ, ໃນສະພາບການພົວພັນລະຫວ່າງສອງປະເທດ ພວມໃນທ່າພັດທະນາອັນດີງາມ ດ້ວຍຫລາຍໝາກຜົນແທດຈິງ. ການຢ້ຽມຢາມ ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ລະຫວ່າງສອງປະເທດ, ສ້າງກຳລັງຫນູນ, ເປີດໄລຍະຮ່ວມມືໃຫມ່ໃນການພົວພັນ ຫວຽດນາມ -ກາຕາ; ພິເສດ ໃນການດຶງດູດການລົງທຶນ ຈາກ ກາຕາ ເຂົ້າ ຫວຽດນາມ ແລະ ສ້າງບາດກ້າວບຸກທະລຸໃຫ້ແກ່ສິນຄ້າ, ການບໍລິການຂອງ ຫວຽດນາມ ເຂົ້າເຖິງຕະຫລາດ ກາຕາ ແລະພາກພື້ນ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top