ຕອນເຊົ້າວັນທີ 30 ເມສາ, ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຈັດຂຶ້ນຢູ່ສະໜາມຫຼວງ ບາດິ່ງ ປະຫວັດສາດ, ໂດຍມີຊາວນະຄອນຫຼວງ ຮ່າໂນ້ຍ ແລະ ແຂກທ່ອງທ່ຽວນັບຮ້ອຍຄົນໄດ້ມາແຕ່ເຊົ້າເພື່ອເຫັນປະຈັກຕາພິທີເຄົາລົບທຸງທີ່ສະຫງ່າຜ່າເຜີຍໃນຄວາມປິຕິຊົມຊື່ນພ້ອມກັນທົ່ວປະເທດ.
5 ໂມງ 30 ນາທີ, ຢູ່ສະໜາມຫຼວງ ບາດິ່ງ, ນະຄອນຫຼວງ ຮ່າໂນ້ຍ ມີບັນຍາກາດອັນຄຶກຄັກທີ່ສຸດ. ມີຊາວນະຄອນຫຼວງ ແລະ ແຂກທ່ອງທ່ຽວນັບຮ້ອຍຄົນໄດ້ເຕົ້າໂຮມມາແຫ່ງນີ້, ຖືທຸງຊາດໃນມື, ເຫັນປະຈັກຕາພິທີທີ່ສັກສິດ: ພິທີເຄົາລົບທຸງໃນຍາມຕົ້ນມື້, ໃນຈຸດເວລາຄົບຮອບເຄິ່ງສະຕະວັດ ແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ.
ໂດຍເຊື່ອມຕົວເຂົ້າກັບບັນຍາກາດປິຕິຊົມຊື່ນຂອງຊາດ, ເອື້ອຍ ຫງວຽນບາວງອັກ, ດຳລົງຊີວິດຢູ່ເມືອງ ຮ່ວາງມາຍ, ນະຄອນ ຮ່າໂນ້ຍ ມີຄວາມຕື້ນຕັນໃຈແບ່ງປັນວ່າ:
“ຂ້າພະເຈົ້າ ແລະ ພວກລູກໄດ້ມາສຸສານປະທານ ໂຮ່ຈີມິນ ໃນເວລາ 6 ໂມງເຊົ້າເພື່ອເຂົ້າຮ່ວມພິທີເຄົາລົບທຸງ, ຮ້ອງເພງຊາດ ເພື່ອຫຼໍ່ລ້ຽງນ້ຳໃຈຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ”.
ໂດຍມາຮ່ວມພິທີເຄົາລົບທຸງໃນຕອນເຊົ້າວັນທີ 30 ເມສາ, ອ້າຍ ຫວູຕວັນລິນ, ແບ່ງປັນວ່າ:
“ແຕ່ເວລາ 2 ໂມງເຊົ້າ, ລູກ 2 ຄົນໄດ້ປຸກພໍ່ແມ່ຕື່ນເພື່ອກະກຽມເຄື່ອງນຸ່ງໄປເຂົ້າຮ່ວມພິທີເຄົາລົບທຸງຢູ່ສຸສານປະທານ ໂຮ່ຈີມິນ. ເມື່ອມາຮອດສຸສານປະທານ ໂຮ່ຈີມິນ, ຂ້າພະເຈົ້າຕົກໃຈຍ້ອນມີຄົນໄດ້ມາຮອດຫຼາຍແລ້ວ ແລະ ບັນຍາກາດອັນຄືກຄຶ້ນ ຄືດັ່ງຄຳຕອບບຸນແທນຄຸນຢ່າງເລິກເຊິ່ງຕໍ່ປະທານ ໂຮ່ຈີມິນ”.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ປ້ອມປ້ອງກັນຊາຍແດນ ລຸ້ງກູ (ເມືອງ ດົ່ງວັນ, ແຂວງ ຮ່າຢາງ) ກໍ່ໄດ້ຈັດພິທີເຄົາລົບທຸງຢູ່ເສົາທຸງແຫ່ງຊາດ ລຸ້ງກູ, ເຂດດິນແດນເໜືອສຸດທີ່ສັກກະລະບູຊາຂອງຊາດ. ຢູ່ຖານເສົາທຸງປະຫວັດສາດແຫ່ງຊາດພິເສດ 2 ຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັນຫາຍ, ຄະນະກຳມະການປະຊາຊົນແຂວງ ກວາງຈິ ກໍ່ໄດ້ຈັດພິທີເຄົາລົບທຸງ “ທ້ອນໂຮມປະເທດຊາດເປັນເອກະພາບ” ຢ່າງສົມກຽດ.
ຕອນເຊົ້າວັນດຽວກັນ, ຢູ່ໝູ່ເກາະ ເຈື່ອງຊາ, ເຮືອນຮ້ານ DK1 ແລະ ບັນດາກຳປັ່ນກຽມພ້ອມສູ້ຮົບຢູ່ທະເລ ກໍ່ໄດ້ຈັດພິທີຊັກທຸງ, ຂໍ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.