• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ເປັນ​ສີ​ຂຽວ ແລະ ຍືນ​ຍົງ

ໂຄງການດຳເນີນງານຂອງລັດຖະບານ ໄດ້ວາງເປົ້າໝາຍພັດທະນາເຂດທົ່ງພຽງແມ່ນ້ຳແດງໃຫ້ກາຍເປັນເຂດພັດທະນາໄວ, ຍືນຍົງ, ມີໂຄງປະກອບເສດຖະກິດເໝາະສົມ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດ; ອຸດສາຫະກຳ, ການບໍລິການທັນສະໄໝ ແລະ ກະສິກຳ, ເຕັກໂນໂລຢີສູງ, ອົງຄະທາດ, ຂຽວ, ໝູນວຽນ, ມີມູນຄ່າເສດຖະກິດສູງ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ຢູ່ໃຈກາງ) ເຂົ້າຮ່ວມກອງປະຊຸມ  

ຕອນເຊົ້າວັນທີ 12 ກຸມພາ, ຢູ່ແຂວງ ກວາງນິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍປະຕິບັດໂຄງການດຳເນີນງານຂອງລັດຖະບານ ສຳລັບການປະຕິບັດມະຕິເລກທີ 30 ລົງວັນທີ 23 ພະຈິກ 2022 ຂອງກົມການເມືອງ ກ່ຽວກັບທິດທາງພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳແດງຮອດປີ 2030, ວິໄສທັດຮອດປີ 2045 ແລະ ສົ່ງເສີມການລົງທຶນເຂດ, ດ້ວຍຫົວຂໍ້ “ຮ່ວມສຳພັນພັດທະນາ - ປ່ຽນແປງໃໝ່ປະດິດຄິດສ້າງ - ຂຽວ ແລະ ຍືນຍົງ”.

ໂຄງການດັ່ງກ່າວ ໄດ້ວາງເປົ້າໝາຍພັດທະນາເຂດທົ່ງພຽງແມ່ນ້ຳແດງໃຫ້ກາຍເປັນເຂດພັດທະນາໄວ, ຍືນຍົງ, ມີໂຄງປະກອບເສດຖະກິດເໝາະສົມ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດ; ອຸດສາຫະກຳ, ການບໍລິການທັນສະໄໝ ແລະ ກະສິກຳ, ເຕັກໂນໂລຢີສູງ, ອົງຄະທາດ, ຂຽວ, ໝູນວຽນ, ມີມູນຄ່າເສດຖະກິດສູງ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຈົ່ງສຸມໃສ່ພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນໂຄງລ່າງຍຸດທະສາດຮ່ວມສຳພັນລະຫວ່າງເຂດ, ພາກ ແລະ ສາກົນ. ສຸມໃສ່ພັດທະນາການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top