• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອ​ງ​ກັນ​ຊາດ ກາຍ​ເປັນ​ຂົງ​ເຂດ​ປາຍ​ແຫຼມ​ຂອງ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ

ບັນດາກະຊວງ, ຂະແໜງການຈົ່ງສືບຕໍ່ສົມທົບກັບກະຊວງປ້ອງກັນປະເທດເປັນເສນາທິການໃຫ້ແກ່ພັກ, ລັດກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍພັດທະນາອຸດສາຫະກຳປ້ອງກັນຊາດ ເພື່ອຕອບສະໜອງໜ້າທີ່ໃນສະພາບການໃໝ່.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຊົມການວາງສະແດງຜະລິດຕະພັນ

“ການພັດທະນາອຸດສາຫະກຳປ້ອງກັນຊາດ ກາຍເປັນຂົງເຂດປາຍແຫຼມຂອງອຸດສາຫະກຳແຫ່ງຊາດ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນການເຮັດວຽກກັບກະຊວງປ້ອງກັນປະເທດ ແລະ ບັນດາກະຊວງ, ຂະແໜງການກ່ຽວກັບໝາກຜົນການເຄື່ອນໄຫວຄົ້ນຄວ້າ, ຜະລິດອຸດສາຫະກຳປ້ອງກັນຊາດເຕັກໂນໂລຢີສູງ ໃນຕອນບ່າຍວັນທີ 15 ມີນາ ຢູ່ຮ່າໂນ້ຍ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ບົນພື້ນຖານການຕີລາຄາບັນດາໝາກຜົນ, ບົດຮຽນປະສົບການຂອງປີ 2024, ບັນດາກະຊວງ, ຂະແໜງການຈົ່ງສືບຕໍ່ສົມທົບກັບກະຊວງປ້ອງກັນປະເທດເປັນເສນາທິການໃຫ້ແກ່ພັກ, ລັດກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍພັດທະນາອຸດສາຫະກຳປ້ອງກັນຊາດ ເພື່ອຕອບສະໜອງໜ້າທີ່ໃນສະພາບການໃໝ່; ສືບຕໍ່ສົມທົບກັບກະຊວງປ້ອງກັນປະເທດເສີມຂະຫຍາຍກຳລັງແຮງສັງລວມພັດທະນາອຸດສາຫະກຳປ້ອງກັນຊາດທີ່ທັນສະໄໝ, ຮັບໃຊ້ບັນດາເປົ້າໝາຍ, ໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດໃນສັງກາດໃໝ່.

(ແຫຼ່ງຄັດຈາກ VOV)

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ, ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

Top