ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟູກກ່າວຄຳເຫັນທີ່ ກອງປະຊຸມຄົບຄະນະ ເວທີປາໄສຂັ້ນສູງກ່ຽວກັບຕົວເມືອງອັດສະລິຍະ ອາຊຽນ 2020 (ພາບ: VGP)
ກ່າວຄຳເຫັນທີ່ເວທີປາໄສ, ໃນຖານະຕຳແໜ່ງ ຫວຽດນາມເປັນປະທານອາຊຽນ, ທ່ານນາຍົກລັດຖະມົນຕີ ຫວັງວ່າ ບັນດາສະມາຊິກ ອາຊຽນ ຈະຍົກສູງຈິດໃຈສາມັກຄີ, ຕັດສິນໃຈ, ຮ່ວມແຮງຮ່ວມໃຈປະຕິບັດບັນດາບຸລິມະສິດຂອງປີ ອາຊຽນ 2020 ໃຫ້ເປັນຢ່າງດີ, ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນໃຫ້ປະສົບຜົນສຳເລັດ. ດ້ວຍບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ, ຫວຽດນາມມີຫຼາຍນະໂຍບາຍ ແລະ ມານະພະຍາຍາມພັດທະນາ ຕົວເມືອງອັດສະລິຍະ, ຖືການກໍ່ສ້າງຕົວເມືອງອັດສະລິຍະເປັນໜຶ່ງໃນ 3 ເນື້ອໃນຫຼັກແຫຼ່ງໃນວິວັດທະນາການຫັນເປັນດີຈີຕອນແຫ່ງຊາດ ຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ທ່ານ ຫງວຽນຊວັນຟຸກກ່າວວ່າ:
ຫວຽດນາມກຳນົດວ່າ ການພັດທະນາຕົວເມືອງອັດສະລິຍະ, ຍືນຍົງແມ່ນທິດເດີນທີ່ມີລັກສະນະບຸກທະລຸເພື່ອປະກອບສ່ວນຍົກສູງລັກສະນະແກ້ງແຍ້ງແຫ່ງຊາດ. ເພື່ອບັນລຸໄດ້ສິ່ງດັ່ງກ່າວນີ້, ການພັດທະນາຕົວເມືອງອັດສະລິຍະ, ກ່ອນອື່ນໝົດຕ້ອງຕິດພັນຢ່າງແໜ້ນແຟ້ນກັບພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ແຂງແກ່ນ, ສ້າງອຳນາດການປົກຄອງເອເລັກໂຕນິກ, ກ້າວໄປເຖິງອຳນາດການປົກຄອງດີຈີຕອນໃນການປະຕິວັດອຸດສາຫະກຳ 4.0 ແລະ ວິວັດການພັດທະນາຕົວເມືອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)