• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາພື້ນຖານກະສິກຳແບບຍືນຍົງ: ທິດກ້າວເດີນທີ່ມີຄວາມຮັບຜິດຊອບຂອງ ຫວຽດນາມ

ອາດເວົ້າໄດ້ວ່າ, ການປ່ຽນແປງຈິນຕະນາການໄປສູ່ການເຕີບໂຕສີຂຽວໄດ້ເລີ່ມສ້າງຂຶ້ນຢ່າງຄົບຊຸດ ຈາກຜູ້ຜະລິດ, ດຳເນີນທຸລະກິດ, ປຸງແຕ່ງ ຕະຫຼອດຮອດຜູ້ບໍລິໂພກແລ້ວ.
ຫວຽດນາມ ສືບຕໍ່ຢືນຢັນໜ້າທີ່ຄວາມຮັບຜິດຊອບກັບບັນດາປະເທດກ່ຽວກັບເປົ້າໝາຍພັດທະນາກະສິກຳແບບຍືນຍົງ

ວັນທີ 19 ກຸມພາ, ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ອົງການອາຫານ ແລະ ການກະເສດສະຫະປະຊາຊາດ (FAO) ພາກພື້ນ ອາຊີ - ປາຊີຟິກ (APRC) ຄັ້ງທີ 37 ຢູ່ ສີລັງກາ. ໂດຍຈັດຂຶ້ນເປັນເວລາ 3 ວັນ, ກອງປະຊຸມໄດ້ປຶກສາຫາລືບັນດາສິ່ງທ້າທາຍ ແລະ ບຸລິມະສິດກ່ຽວຂ້ອງເຖິງທັນຍາຫານ ແລະ ກະສິກຳແບບຍືນຍົງ, ຊຸກຍູ້ການສະໜິດຕິດພັນໃນພາກພື້ນ. ຢູ່ທີ່ນີ້, ຫວຽດນາມ ສືບຕໍ່ຢືນຢັນໜ້າທີ່ຄວາມຮັບຜິດຊອບກັບບັນດາປະເທດກ່ຽວກັບເປົ້າໝາຍພັດທະນາກະສິກຳແບບຍືນຍົງ, ການເຕີບໂຕສີຂຽວໃນຂະແໜງກະສິກຳ.    

ການພັດທະນາກະສິກຳ ແລະ ຊົນນະບົດແບບຍືນຍົງແມ່ນການກຳນົດທິດພື້ນຖານ, ເສົາຄ້ຳເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ປະກອບສ່ວນເຊື່ອມໂຍງເຂົ້າກັບສາກົນ, ສ້າງທ່ວງທ່າສົ່ງອອກ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງຂອງ ຫວຽດນາມ.

ທິດທາງກ່ຽວກັບການເຕີບໂຕສີຂຽວ, ການພັດທະນາກະສິກຳຊີວະພາບ       

ຫວຽດນາມ ພວມມຸ່ງໄປເຖິງການເຕີບໂຕສີຂຽວ, ພັດທະນາກະສິກຳຊີວະພາບ. ຫຼຸດຜ່ອນການປ່ອຍອາຍພິດກາກບອນ ບໍ່ພຽງແຕ່ແມ່ນຄຳຂວັນເທົ່ານັ້ນ, ຫາກຍັງໄດ້ກາຍເປັນຄາດໝາຍເພື່ອນຳເຂົ້າແຜນຮ່າງພັດທະນາອີກດ້ວຍ. ອາດເວົ້າໄດ້ວ່າ, ການປ່ຽນແປງຈິນຕະນາການໄປສູ່ການເຕີບໂຕສີຂຽວໄດ້ເລີ່ມສ້າງຂຶ້ນຢ່າງຄົບຊຸດ ຈາກຜູ້ຜະລິດ, ດຳເນີນທຸລະກິດ, ປຸງແຕ່ງ ຕະຫຼອດຮອດຜູ້ບໍລິໂພກແລ້ວ. ນີ້ແມ່ນທ່າອຽງຕັ້ງໜ້າ, ສອດຄ່ອງກັບສາກົນ. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ, ໃຫ້ຮູ້ວ່າ:      

ກະສິກຳສີຂຽວແມ່ນທ່າອ່ຽງທີ່ບໍ່ສາມາດຕ່າວປິ້ນໄດ້, ພວກເຮົາຕ້ອງເປັນເຈົ້າປັບຕົວໃຫ້ແທດເໝາະ ແລະ ໃນຕົວຈິງແມ່ນພໍ່ແມ່ປະຊາຊົນໄດ້ປັບຕົວໃຫ້ແທດເໝາະແລ້ວ. ຕົວຢ່າງຄື: ຢູ່ ຕືກີ, ແຂວງ ຫາຍເຢືອງ, ຊາວກະສິກອນຜະລິດເຂົ້າ - ຂີ້ກະເດືອນ (clam worm) - ກະປູກ້າມແດງ, ມີມູນຄ່າ 3 ຊັ້ນ. ຊາວກະສິກອນຂາຍຂີ້ກະເດືອນຫຼາຍກວ່າຂາຍເຂົ້າ, ແຕ່ບໍ່ມີເຂົ້າກໍ່ຈະບໍ່ມີ 2 ຜະລິດຕະພັນດັ່ງກ່າວ. ຫຼືຮູບແບບ ເຂົ້າ - ກຸ້ງ, ເຂົ້າ - ປາ ຢູ່ແຂວງ ບາກລຽວ, ກ່າເມົາ… ຊາວກະສິກອນ ຫວຽດນາມ ພວມມຸ່ງໄປເຖິງພື້ນຖານກະສິກຳຊີວະພາບ”.  

ໃນຄວາມມານະພະຍາຍາມເຕີບໂຕສີຂຽວ, ປີ 2024 ແມ່ນປີທຳອິດທີ່ ຫວຽດນາມ ຜັນຂະຫຍາຍໄລຍະທີ 1 (2024 – 2025) ຂອງແຜນຮ່າງ “ພັດທະນາເຂດປູກເຂົ້າ 1 ລ້ານເຮັກຕາທີ່ມີຄຸນນະພາບສູງ ແລະ ປ່ອຍອາຍພິດຕ່ຳ ຕິດພັນກັບການເຕີບໂຕສີຂຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮອດປີ 2030”. ແຜນຮ່າງສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ປະຊາຄົມສາກົນໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງພື້ນຖານກະສິກຳປ່ອຍອາຍພິດຕ່ຳ.     

ກ່ອນໜ້ານັ້ນ, ໃນເດືອນ ເມສາ 2023, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ແຜນການດຳເນີນງານລະດັບຊາດ ຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານຮອດປີ 2030 ດ້ວຍເປົ້າໝາຍກາຍເປັນປະເທດຜະລິດ ແລະ ສະໜອງທັນຍາຫານທີ່ໂປ່ງໃສ, ມີຄວາມຮັບຜິດຊອບ, ຍືນຍົງ ເຊິ່ງ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາທີ່ກອງປະຊຸມສຸດຍອດຂອງສະຫະປະຊາຊາດກ່ຽວກັບລະບົບທັນຍາຫານ, ອາຫານ 2021.

ພັດທະນາຕາມລວງເລິກ       

ເພື່ອພັດທະນາຂະແໜງກະສິກຳແບບຍືນຍົງ, ການຫັນເປັນດີຈີຕອນໄດ້ຮັບຖືວ່າແມ່ນມາດຕະການແກ້ໄຂບຸກທະລຸ, ສ້າງກຳລັງໜູນໃໝ່ແກ່ການເຕີບໂຕ, ພັດທະນາເສດຖະກິດກະສິກຳ. ການນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງ, ຜະລິດ, ດຳເນີນທຸລະກິດ, ຄົ້ນຫາຕົ້ນກຳເນີດ, ລະບົບສະໜອງຜະລິດຕະພັນ ໄດ້ນຳມາເຊິ່ງຄວາມໂປ່ງໃສ, ຊັດເຈນໃນຕົ້ນກຳເນີດທັນຍາຫານ, ຊຸກຍູ້ການຜະລິດສິນຄ້າ, ຈຳໜ່າຍຜະລິດຕະພັນ ແລະ ສ້າງໂອກາດພັດທະນາກະສິກຳແບບຍືນຍົງ. ພ້ອມທັງ, ຍູ້ແຮງການສົ່ງເສີມການຄ້າ, ເຈລະຈາແກ້ໄຂຮົ້ວກີດຂວາງດ້ານເຕັກນິກ, ການຄ້າ ແລະ ເປີດປະຕູຕະຫຼາດສົ່ງອອກ… ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ, ໃຫ້ຮູ້ວ່າ.       

 “ທົ່ວຂະແໜງຈະປະຕິບັດກົດໝາຍ, ຍຸດທະສາດ, ໂຄງການ, ແຜນຮ່າງ, ການວາງແຜນ, ແຜນການພັດທະນາຂະແໜງ, ໂດຍສະເພາະແມ່ນຍຸດທະສາດພັດທະນາກະສິກຳ ແລະ ຊົນນະບົດແບບຍືນຍົງໄລຍະ 2021  2030; ແຜນການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ໄລຍະ 2021  2025, ໂຄງການເປົ້າໝາຍລະດັບຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄລຍະ 2021  2025… ຫັນປ່ຽນຈິນຕະນາການການຜະລິດກະສິກຳໄປສູ່ຈິນຕະນາການເສດຖະກິດກະສິກຳ; ພັດທະນາຫຼາຍຂະແໜງ; ຊຸກຍູ້ການສົມທົບຫຼາຍຄຸນຄ່າໃນຜະລິດຕະພັນ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ   

ຄວາມມີສະຖຽນລະພາບ ແລະ ການພັດທະນາຕາມລວງເລິກຂອງຂະແໜງກະສິກຳ ແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕເສດຖະກິດ ຫວຽດນາມ ໃນປີ 2024. ນອກນັ້ນ, ເລື່ອງຂະແໜງກະສິກຳຂອງ ຫວຽດນາມ ພັດທະນາແບບຍືນຍົງ ຍັງປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກອີກດ້ວຍ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3 ປີ 2026 ແຕ່​ວັນ​ທີ 7 – 9 ມິ​ຖຸ​ນາ 2026, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ.

Top