• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນານະຄອນ ໂຮ່ຈີມິນ ກາຍເປັນສູນການເງິນລະດັບພາກພື້ນ ແລະ ສາກົນ

ຕອນເຊົ້າວັນທີ 8 ຕຸລາ, ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການຖະແຫຼງຂ່າວ ກ່ຽວກັບເວທີປາໄສເສດຖະກິດນະຄອນໂຮ່ຈີມິນ ປີ 2019 ດ້ວຍຫົວຂໍ້ “ພັດທະນານະຄອນໂຮ່ຈີມິນກາຍເປັນສູນການເງິນລະດັບພາກພື້ນ ແລະ ສາກົນ”, ເຊິ່ງຈະດໍາເນີນໃນວັນທີ 18 ຕຸລາ.

 ການຖະແຫຼງຂ່າວ

ນີ້ແມ່່ນປີທີ 2 ນະຄອນໂຮ່ຈີມິນ ຈັດຕັ້ງເວທີປາໄສເສດຖະກິດ ດ້ວຍຄວາມປາດຖະໜາຢາກລະດົມແຫຼ່ງກໍາລັງໃຫ້ບັນດາບັນຫາພັດທະນາເສດຖະກິດໃຫຍ່ຂອງນະຄອນ. ທີ່ເວທີປາໄສປີນີ້, ຈະປຶກສາຫາລືກ່ຽວກັບບັນດາເປົ້າໝາຍນໍານະຄອນໂຮ່ຈີມິນກາຍເປັນສູນການເງິນຂອງພາກພື້ນ ແລະ ສາກົນ ທີ່ໄດ້ວາງອອກແຕ່ດົນແລ້ວນັ້ນ ແລະ ປະກອບຄໍາເຫັນເພື່ອໃຫ້ບັນດາຄະນະ, ຂະແໜງການ ພ້ອມກັນປ່ຽນແປງຈິນຕະນາການ, ວິໄສທັດ, ຍຸດທະສາດ ເພື່ອບັນລຸໄດ້ເປົ້າໝາຍໂດຍໄວ. ທ່ານ ຈູຕ໊ຽນຢຸງ, ປະທານສະຫະສະມາຄົມວິສາຫະກິດ, ນະຄອນໂຮ່ຈີມິນ, ຮອງຫົວໜ້າຄະນະຈັດຕັ້ງເວທີປາໄສ, ໃຫ້ຮູ້ວ່າ:

        “ທີ່ເວທີປາໄສຄັ້ງນີ້, ການນໍານະຄອນ ປາດຖະໜາຢາກເຕົ້າໂຮມບັນດານັກຊ່ຽວຊານພາຍໃນ ແລະ ຕ່າງປະເທດ, ຮັບຟັງ ແລະ ຮັບເອົາຄໍາເຫັນ ເພື່ອສ້າງສໍາເລັດແຜນຮ່າງກໍ່ສ້າງນະຄອນໂຮ່ຈີມິນ ກາຍເປັນສູນການເງິນຂອງພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍມີຄວາມປາດຖະໜາວ່າ ໂດຍຜ່ານເວທີປາໄສ, ນັກປະຖະກະຖາ ແລະ ນັກຊ່ຽວຊານ ຈະຢືນຢັນຄວາມເປັນໄປໄດ້, ສ້າງຄວາມເຫັນດີເປັນເອກະພາບສູງ”.
 

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top