• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ກາຢັກສະຖານ ກ່ວາອີກ

ທ່ານປາດຖະໜາວ່າ ສອງຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນ ແລະ ມີທ່າແຮງຄື: ກະສິກຳ, ການທ່ອງທ່ຽວ, ການຂົນສົ່ງ…, ຊົມເຊີຍແຜນການເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ກາຢັກສະຖານ.

ທ່ານປາດຖະໜາວ່າ ສອງຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນ ແລະ ມີທ່າແຮງຄື: ກະສິກຳ, ການທ່ອງທ່ຽວ, ການຂົນສົ່ງ…, ຊົມເຊີຍແຜນການເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ກາຢັກສະຖານ.

   

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Mukhtar Tileuberdi, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກາຢັກສະຖານ

ວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Mukhtar Tileuberdi, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກາຢັກສະຖານ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 17 – 18 ສິງຫາ 2022, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກາຢັກສະຖານ ກົງກັບໂອກາດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1992 – 2022). ທ່ານປະທານປະເທດ ໄດ້ສະເໜີໃຫ້ສອງຝ່າຍເສີມຂະຫຍາຍທ່າໄດ້ປຽບຂອງສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີລົບ (EAEU) ທີ່ ກາຢັກສະຖານ ເປັນສະມາຊິກ; ທ່ານປາດຖະໜາວ່າ ສອງຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນ ແລະ ມີທ່າແຮງຄື: ກະສິກຳ, ການທ່ອງທ່ຽວ, ການຂົນສົ່ງ…, ຊົມເຊີຍແຜນການເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ກາຢັກສະຖານ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກາຢັກສະຖານ Mukhtar Tileuberdi ຢັ້ງຢືນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນສຳລັບ ກາຢັກສະຖານ ຢູ່ພາກພື້ນ ອາຊີ - ປາຊີຟິກ; ທ່ານເນັ້ນໜັກວ່າ: ກາຢັກສະຖານ ປາດຖະໜາຢາກຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄື: ເສດຖະກິດ - ການຄ້າ, ການລົງທຶນ, ການເງິນ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ - ທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ, ພະລັງງານສະອາດ, ເຕັກໂນໂລຊີສູງ.

   

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກາຢັກສະຖານ Mukhtar Tileuberdi (ພາບ:TTXVN)

 ດຳເນີນການພົບປະໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກາຢັກສະຖານ Mukhtar Tileuberdi.

        ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາຂົງເຂດການຮ່ວມມືສອງຝ່າຍຢ່າງ ເລິກເຊິ່ງ ແລະ ກ້ວາງຂວາງ, ພ້ອມທັງແບ່ງປັນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເນັ້ນໜັກສືບຕໍ່ເອົາໃຈໃສ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນບັນດາຄະນະຜູ້ແທນຂັ້ນສູງ. ກ່ຽວກັບດ້ານເສດຖະກິດ, ສອງຝ່າຍເຫັນດີເປັນເອກະພາບຄວນໝູນໃຊ້ກາລະໂອກາດຂອງສັນຍາການຄ້າເສລີທີ່ໄດ້ລົງນາມລະຫວ່າງ ຫວຽດນາມ ແລະ ສະຫະພັນ ເສດຖະກິດ ອາຊີ - ເອີລົບ (EAEU) ທີ່ ກາຢັກສະຖານ ເປັນສະມາຊິກໃຫ້ມີປະສິດທິຜົນກ່ວາອີກ, ຈັດກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກາຢັກສະຖານ ກ່ຽວກັບການຮ່ວມມືເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກໂດຍໄວ; ຄົ້ນຄ້ວາຄວາມສາມາດສ້າງຕັ້ງອົງການຮ່ວມທຸລະກິດຜະລິດໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ຕ່ຳແຜ່ນຕັດຫຍິບ, ປຸ່ງແຕ່ງສະບຽບອາຫານ, ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ສິນຄ້າໄດ້ສຳຜັດຕະຫຼາດຂອງກັນ.

        ສອງຝ່າຍກໍ່ເນັ້ນໜັກຄວາມຈຳເປັນຂອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ; ເຫັນດີເປັນເອກະພາບເພີ່ມທະວີການສົມທົບຢູ່ບັນດາອົງການຈັດຕັ້ງ, ເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນ ສປຊ ກໍ່ຄືເວທີປາໄສສົມທົບກັນເຄື່ອນໄຫວ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ອາຊີ (CICA) ເຊິ່ງ ກາຢັກສະຖານ ພວມຮັບຜິດຊອບເປັນປະທານ ອາຍຸການ 2020 – 2022.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top