• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາການພົວພັນຄູ່ຮວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ

      ໃນຂອບເຂດການຢ້ຽມຢາມ ສ.ອີນເດຍ ຢ່າງເປັນທາງການ, ໃນວັນທີ 25 ພະຈິກ, ຢູ່ New Delhi, ປະເທດ ອິນເດຍ, ທ່ານພົນໂທ ຟານວັນຢາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ມີການພົບປະ ແລະ ເຈລະຈາກັບທ່ານ ພົນເອກ Bipin Rawat, ປະທານຄະນະກຳມະການ ຫົວໜ້າເສນາທິການ ອິນເດຍ.

ທ່ານພົນໂທ ຟານວັນຢາງ ກວດແຖວທະຫານກອງກຽດຕິຍົກກອງທັບ ອິນເດຍ (ພາບ: vietnam+)
      ສອງຝ່າຍໄດ້ເຫັນດີເປັນເອກະພາບຜັນຂະຫຍາຍຖະແຫຼງການວິໄສທັດລວມກ່ຽວກັບການພົວພັນປ້ອງກັນຊາດລະຫວ່າງ ຫວຽດນາມ - ອິນເດຍ ໄລຍະ 2015 – 2020 ແລະ ບັນດາຂໍ້ຕົກລົງລະຫວ່າງການນຳສອງກະຊວງປ້ອງກັນປະເທດຢ່າງມີປະສິດທິຜົນ, ເພີ່ມທະວີການຊຸກຍູ້ການຮ່ວມມືລວມລະຫວ່າງ ກອງທັບບົກສອງປະເທດ.
       ແລະກໍ່ໃນວັນດຽວກັນ, ທ່ານ ພົນໂທ ຟານວັນຢາງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Rajnath Singh ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ. ທ່ານ Rajnath Singh ໄດ້ເນັ້ນໜັກວ່າ ຫວຽດນາມແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງອິນເດຍໃນການຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທາງທິດຕາເວັນອອກຂອງດິນເດຍ. ສ່ວນທ່ານພົນໂທ ຟານວັນຢາງ ເຊື່ອໝັ້ນວ່າ ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດຈະນັບມື້ນັບພັດທະນາຢ່າງໝັ້ນຄົງ, ເຂົ້າສູ່ລວງເລິກ, ເຮັດໃຫ້ເນື້ອໃນການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ອຸດົມສົມບູນກ່ວາອີກເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາໃນພາກພື້ນ ແລະ ທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

Top