• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ ແລະ ປະຊາຊົນ ຈະຈາລຶກບຸນຄຸນຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຕະຫຼອດໄປ

ສົງຄາມປົດປ່ອຍຊາດທີ່ແກ່ຍາວ 30 ກວ່າປີຂອງປະຊາຊົນ ພາຍໃຕ້ການນຳພາຂອງ ພັກ ແມ່ນໄລຍະປະຫວັດສາດທີ່ສະຫງ່າອົງອາດໃນພາລະກິດສ້າງສາ ແລະ ປົກປັກຮັກຊາຂອງຊາດ.
ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບຜູ້ຕາງໜ້າຄະນະຕິດຕໍ່ພົວພັນແນວຮົບ ໄຕງວຽນ B3 - ກົມກອງ 3 (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນປດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2023), ຕອນບ່າຍວັນທີ 28 ເມສາ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບຜູ້ຕາງໜ້າຄະນະຕິດຕໍ່ພົວພັນແນວຮົບ ໄຕງວຽນ B3 - ກົມກອງ 3.

ຢູ່ທີ່ນີ້, ທ່ານປະທານປະເທດ ຊີ້ແຈ້ງວ່າ ສົງຄາມປົດປ່ອຍຊາດທີ່ແກ່ຍາວ 30 ກວ່າປີຂອງປະຊາຊົນ ພາຍໃຕ້ການນຳພາຂອງ ພັກ ແມ່ນໄລຍະປະຫວັດສາດທີ່ສະຫງ່າອົງອາດໃນພາລະກິດສ້າງສາ ແລະ ປົກປັກຮັກຊາຂອງຊາດ. ເຖິງແນວນັ້ນກໍ່ຕາມ, ບັນດາຄວາມເຈັບປວດ, ການເສຍສະຫຼະຍ້ອນສົງຄາມຍັງປະກົດຕົວຢູ່ຫຼາຍຄອບຄົວ. ພັກ, ລັດ ແລະ ປະຊາຊົນ ຈະຈາລຶກບຸນຄຸນຂອງບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາອະດີດນັກຮົບ, ໃນນັ້ນມີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບປວຍ, ອະດີດນັກຮົບຂອງແນວຮົບ ໄຕງວຽນ B3 - ກົມກອງ 3 ຕະຫຼອດໄປ. ທ່ານປະທານປະເທດສະເໜີບັນດາອະດີດນັກຮົບ ຕັ້ງໜ້າເຂົ້າຮ່ວມການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ເປັນແບບຢ່າງໃຫ້ແກ່ລູກຫຼານ, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການດຳລົງຊີວິດ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top