• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ ຍາມ​ໃດ​ກໍ່​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ເສ​ລີໃນ​ການ​ເຫຼື້ອມ​ໃສ, ເຊື່ອ​ຖື​ສາ​ສະ​ໜາຂອງປະ​ຊາ​ຊົນ

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຢັ້ງຢືນຄືດັ່ງກ່າວ ໃນຕອນເຊົ້າວັນທີ 23 ທັນວາ, ເມື່ອນຳໜ້າຄະນະປະຕິງານຂອງພັກ, ລັດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ມາຢ້ຽມຢາມ ແລະ ອວຍພອນວັນບຸນ ຄຼິດສະມາດ ຢູ່ ແຂວງ ເກິ່ນເທີ.
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ແມ່ນ ຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ຂອງ ປະຊາຊົນ; ພັກ, ລັດໄດ້ ເອົາໃຈໃສ່ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດາອົງການສາສະໜາເຄື່ອນໄຫວຖືກຕ້ອງການຂໍ້ກຳນົດຂອງລັດຖະທຳມະນູດ ແລະ ກົດໝາຍ; ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ, ຄຸນສົມບັດອັນດີງາມ ແລະ ແຫຼ່ງກຳລັງຂອງສາສະໜາ ໃຫ້ແກ່ວິວັດການພັດທະນາຂອງປະຊາຊາດ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຢັ້ງຢືນຄືດັ່ງກ່າວ ໃນຕອນເຊົ້າວັນທີ 23 ທັນວາ, ເມື່ອນຳໜ້າຄະນະປະຕິງານຂອງພັກ, ລັດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ມາຢ້ຽມຢາມ ແລະ ອວຍພອນວັນບຸນ ຄຼິດສະມາດ ຢູ່ ແຂວງ ເກິ່ນເທີ.

ທ່ານໄດ້ອວຍພອນວັນບຸນ ຄຼິດສະມາດ 2023 ໄປຍັງບັນດາ ສັງຄະລາດ, ຄຸນພໍ່ ແລະ ພໍ່ແມ່ປະຊາຊົນຊາວຄຼິດ ຢູ່ເກິນເທີ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມມ່ວນຊືນ, ຕ້ອນຮັບ ວັນບຸນຄຼິດສະມາດ 2023 ແລະ ປີໃໝ່ສາກົນ 2024 ຢ່າງສະຫງົບສຸກ ແລະ ຜາສຸກ. ທ່ານ ເຈິ່ນແທັງເໝິ້ນ ເນັ້ນໜັ້ກວ່າ ກົດໝາຍຂອງ ລັດ ກ່ຽວກັບການເຫຼື້ອມໃສ, ສາສະໜາ ນັບມື້ນັບສົມບູນແບບ. ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ແລະ ບັນດາເອກະສານແນະນຳປະຕິບັດ ໄດ້ເຂົ້າສູ່ຊີວິດຕົວຈິງ, ຮັບປະກັນ ແລະ ສ້າງເງື່ອນໄຂຢ່າງສະດວກໃຫ້ແກ່ບັນດາຜູ້ມີຍົກສັກຕຳແໜ່ງ, ສາສະນິກກະຊົນ, ອົງການຈັດຕັ້ງ ສາສະໜາ ໃນນັ້ນມີບັນດາອົງການຈັດຕັ້ງ, ຜູ້ມີຍົກສັກຕຳແໜ່ງ, ສາສະນິກກະຊົນຊາວຄຼິດ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top