• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ ຍາມໃດກໍ່ຖືເປັນສຳຄັນ, ເອົາໃຈໃສ່ເຖິງວຽກງານການທູດ

ຕອນເຊົ້າວັນທີ 01 ສິງຫາ, ທີ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ
 
ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງທິມາຍ ເຮັດວຽກກັບເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ (ພາບ: TTXVN)
 ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຄົນໃໝ່ຂອງ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2018 – 2021. ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ຖືເປັນສຳຄັນ, ເອົາໃຈໃສ່ເຖິງວຽກງານການທູດ ແລະ ກຳນົດວ່າ ນີ້ແມ່ນປັດໄຈສຳຄັນໃນວິວັດການສ້າງສາ, ພັດທະນາປະເທດຊາດຢ່າງໝັ້ນຄົງ. ທ່ານນາງ ເຈືອງທິມາຍ ຢືນຢັນວ່າ: ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້, ທ່ານນາງ ເຈືອງທິມາຍ ສະເໜີກະຊວງການຕ່າງປະເທດ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈົ່ງສືບຕໍ່ສົມທົບກັບຄະນະຂົນຂວາຍປະຊາຊົນສູນກາງພັກ ແນໃສ່ເພີ່ມທະວີປະສິດທິຜົນໃນໜ້າທີ່ວຽກງານຕ່າງໆ, ຜ່ານນັ້ນປະກອບສ່ວນສ້າງຮູບພາບ, ທີ່ຕັ້ງຂອງ ຫວຽດນາມ ໃນເວທີສາກົນ.

(ແຫຼ່ງຄັດຈາກ VOV)

 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top