• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ​ຖະ​ບານ ຫວຽດ​ນາມ ຕັດ​ສິນ​ໃຈ​ບໍ່ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ໃນ​ສະ​ພາບ​ອຶດ​ຫິວ, ເຈັບ​ເປັນ ຍ້ອນ​ໄພ​ທຳ​ມະ​ຊາດ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ, ພັກ, ລັດຖະບານ ຫວຽດນາມ ແລະ ອຳນາດການປົກຄອງທ້ອງຖິ່ນຕ່າງໆ ຕັດສິນໃຈບໍ່ປະໃຫ້ຜູ້ໃດຖືກຕົກຢູ່ໃນສະພາບອຶດຫິວ ແລະ ເຈັບເປັນ ຍ້ອນໄພທຳມະຊາດ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ພ້ອມດ້ວຍຄະນະປະຕິບັດງານ ລົງຢ້ຽມຢາມແຂວງກວ໋າງບິ່ງ (ພາບ:VGP)

ໃນຊຸມວັນຜ່ານມາ, ຢູ່ຫຼາຍແຂວງພາກກາງຂອງ ຫວຽດນາມ ຖືກຜົນເສຍຫາຍຢ່າງໜັກໜ່ວງ ທັງຊີວິດອິນຊີ ແລະ ຊັບສິນ ຍ້ອນຝົນຕົກ, ນ້ຳຖ້ວມ. ໄລ່ຮອດເວລາ 17 ໂມງຂອງວັນທີ 20 ຕຸລາ, ຝົນຕົກ, ນໍ້າຖ້ວມ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 133 ຄົນ, ພືດພັນທັນຍາຫານນັບພັນເຮັກຕາຖືກນ້ຳຖ້ວມ, ສັດລ້ຽງຖືກນ້ຳໄຫຼຊຸໄປໝົດ. ເສັ້ນທາງຫຼວງ, ເສັ້ນທາງແຂວງຕໍ່ແຂວງ ເງະອານ, ຮ່າຕີ໊ງ, ກວ໋າງບິ່ງ, ກວ໋າງຈິ ຖືກນ້ຳຖ້ວມ, ເປ່ເພ. ໃນການຢ້ຽມຢາມແຂວງ ກວ໋າງບິ່ງ ໃນຕອນບ່າຍວັນທີ 20 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ, ພັກ, ລັດຖະບານ ຫວຽດນາມ ແລະ ອຳນາດການປົກຄອງທ້ອງຖິ່ນຕ່າງໆ ຕັດສິນໃຈບໍ່ປະໃຫ້ຜູ້ໃດຖືກຕົກຢູ່ໃນສະພາບອຶດຫິວ ແລະ ເຈັບເປັນ ຍ້ອນໄພທຳມະຊາດ; ພ້ອມທັງ ຮຽກຮ້ອງໃຫ້ແຂວງ ກວ໋າງບິ່ງ ສືບຕໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ສະໜອງເຄື່ອງບັນເທົາທຸກທີ່ຈຳເປັນ, ນ້ຳສະອາດ ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິພາຍຫຼັງຝົນຕົກ, ນ້ຳຖ້ວມ.

ທ່ານຮອງນາຍົກລັດຖະມົນຕີ ກໍຕັກເຕືອນວ່າ ໃນໄລຍະຈະມາເຖິງ, ສະພາບຝົນຕົກ, ນ້ຳຖ້ວມສືບຕໍ່ແກ່ຍາວ, ດັ່ງນັ້ນ, ແຂວງ ກວ໋າງບິ່ງ ຈົ່ງສືບຕໍ່ລະດົມແຫຼ່ງກຳລັງ ເພື່ອຮັບມືກັບສະພາບການ, ກອບກູ້ເອົາຊີວິດພໍ່ແມ່ປະຊາຊົນຢູ່ບັນດາເຂດຖືກນ້ຳຖ້ວມ, ບໍ່ປະໃຫ້ຜູ້ໃດຖືກເສຍຊີວິດຍ້ອນນ້ຳຖ້ວມ; ສຸມທຸກແຫຼ່ງກຳລັງເພື່ອຊ່ວຍເຫຼືອປະຊາຊົນ. ທາງແຂວງຈົ່ງສືບຕໍ່ລະດົມແຫຼ່ງກຳລັງຢ່າງສຸດຂີດ ເພື່ອຜັນຂະຫຍາຍວຽກງານຮັບມືກັບໄພທຳມະຊາດ; ປົກປັກຮັກສາບັນດາກິດຈະກຳທີ່ສຳຄັນ, ໂຄງການຊົນລະປະທານທີ່ຖືກເປ່ເພ, ຮັບປະກັນໃຫ້ບັນດາອ່າງເກັບນ້ຳໃນບໍລິເວນໄດ້ເຄື່ອນໄຫວຢ່າງປອດໄພ; ຮັບປະກັນໃຫ້ການສັນຈອນໄປມາກັບຄືນສູ່ສະພາບປົກກະຕິ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top