• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດ Corona ສາຍພັນໃໝ່: ຈີນອະນຸຍາດໃຫ້ ອາເມລິຫາສົ່ງນັກຊ່ຽວຊານທາງການແພດມາຍັງ ອູ່ຮັ້ນ

           ຈີນໄດ້ອະນຸຍາດໃຫ້ບັນດານັກຊ່ຽວຊານທາງການແພດອາເມລິກາ ພ້ອມກັບຄະນະປະຕິບັດງານສາກົນຂອງອົງການອານາໄມໂລກ (WHO) ມາປະເທດນີ້, ເພື່ອແນໃສ່ປະຕິບັດບັນດາຄວາມມານະພະຍາຍາມລວມໃນການຕ້ານການແຜ່ລະບາດຢ່າງວ່ອງໄວຂອງພະຍາດອັກເສບປອດທີ່ເກີດຈາກເຊືື້ອໄວຣັດ Corona ສາຍພັນໃໝ່ (2019 - nCoV). 
            ແຈ້ງການຂອງທຳນຽບຂາວ ໃນຕອນເຊົ້າວັນທີ 4 ກຸມພາ ໃຫ້ຮູ້ວ່າ: ປັກກິ່ງໄດ້ຕົກລົງກັບຄຳສະເໜີຂອງ ອາເມລິກາ ກ່ຽວກັບການສົ່ງນັກຊ່ຽວຊານເຂົ້າຮ່ວມຄະນະປະຕິບັດງານຂອງ WHO ມາຍັງ ຈີນ ເພື່ອຄົ້ນຄ້ວາບັນດາມາດຕະການຄວບຄຸມ ແລະ ມຸ່ງໄປສູ່ການລົບລ້າງໄວຣັດ nCoV ທີ່ພວມເກີດຂຶ້ນຢູ່ ນະຄອນ ອູ່ຮັ້ນ ຂອງ ແຂວງ ຮູ້ເປີຍ, ປະເທດຈີນ.
 (ແຫຼ່ງຄັດຈາກ VOV)

ມີ​ຜູ້​ຫາຍ​ສາບ​ສູນກວ່າ 80 ຄົນ ໃນ​ເຂດ​ທະ​ເລ ເມ​ດີ​ເຕ​ຣາ​ເນຍ

ມີ​ຜູ້​ຫາຍ​ສາບ​ສູນກວ່າ 80 ຄົນ ໃນ​ເຂດ​ທະ​ເລ ເມ​ດີ​ເຕ​ຣາ​ເນຍ

ກ່ຳ​ປັ່ນຂົນ​ສົ່ງໂດຍສານ​ຊາວ​ອົບ​ພະ​ຍົບ​ປະ​ມານ 120 ຄົນ ເດີນທາງອອກ​ຈາກ​ເທດ​ສະ​ບານ​ແຄມ​ທະ​ເລ Tajoura, ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ລີ​ບີ ໃນ​ວັນ​ທີ 05 ເມ​ສາ ຖືກ​ຂວ້ຳ​ຍ້ອນ​ນ້ຳ​ເຂົ້າໃນ​ເງື່ອນ​ໄຂສະພາບ​ອາ​ກາດ​ທີ່ປ່ຽນແປງກະທັນຫັນ.

Top