• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຝູກວັກ ຕ້ອນຮັບແຂກສາກົນ ຜູ້ທີ່ມີ IATA Travel Pass ນັບແຕ່ວັນທີ 20 ພະຈິກ ເປັນຕົ້ນໄປ

      ຄະນະກຳມະການປະຊາຊົນແຂວງ ກຽນຢາງ ຫາກໍປະກາດແຜນການທົດລອງການຕ້ອນຮັບແຂກທ່ອງທ່ຽວສາກົນ ມາ ຝູກວັກ ທີ່ມີ IATA Travel Pass (ປາດສະປໍ ສຸຂະພາບ). ການທົດລອງດັ່ງກ່າວຈະຜັນຂະຫຍາຍໃນໄລຍະເວລາ 6 ເດືອນ, ພາຍຫຼັງທີ່ປະຊາຊົນ ແລະ ຊາວຜູ້ອອກແຮງງານຢູ່ ຝູກວັກ ໄດ້ສັກວັກຊິນຄົບຕາມຈຳນວນກຳນົດ.
ຝູກວັກ ພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວ (ພາບ: chinhphu.vn)
      ຄາດວ່າ, ນັບແຕ່ວັນທີ 20 ພະຈິກ ຈະເລີ່ມດຳເນີນການຕ້ອນຮັບຖ້ຽວບິນຈຳນວນໜຶ່ງມາ ຝູກວັກ ເພື່ອທົດລອງຂັ້ນຕອນຕ້ອນຮັບ, ຮັບໃຊ້ແຂກທ່ອງທ່ຽວ. ນັບແຕ່ວັນທີ 20 ທັນວາ ເປັນຕົ້ນໄປ ຈະຜັນຂະຫຍາຍປະຕິບັດຕາມຂັ້ນຕອນ ໂດຍແບ່ງອອກເປັນ 2 ໄລຍະ.
            ເປົ້າໝາຍແຂກທ່ອງທ່ຽວສາກົນໄດ້ຮັບການເລືອກເຟັ້ນໃນການທົດລອງຄັ້ງນີ້ ແມ່ນບຸກຄົນທີ່ມາຈາກບັນດາປະເທດ ແລະ ເຂດແຄວ້ນທີ່ມີຄວາມປອດໄພສູງກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນຕົ້ນແມ່ນ ເອີຣົບ, ຕາເວັນອອກກາງ, ອາຊີຕາເວັນອອກສ່ຽງເໜືອ, ອາຊີຕາເວັນອອກສ່ຽງໃຕ້, ອາເມລິກາເໜືອ,  ໂອເຊອານີ…
(ແຫຼ່ງຄັດຈາກ VOV)

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ກ່າວ​ເຕືອນ​ວ່າ ຕະຫຼາດ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ​ພວມ​ກ້າ​ວ​ເຂົ້າ​ສູ່​ໄລ​ຍະ​ຂາດ​ເຂີນ​ແຫຼ່ງ​ສະ​ໜອງ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ຜົນ​ກະ​ທົບ​ຂອງ​ການ​ປິດ​ປະ​ຕູ​ຊ່ອງ​ແຄມ​ທະ​ເລ Hormuz.

Top