• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ຮັກ​ສາ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ຖະ​ແຫຼງ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່​ໂດຍ​ໄວ

ໃນການປະຊຸມຖະແຫຼງຂ່າວໂດຍມີການນຳບັນດາພັກເພື່ອໄທ, ຊາດພັດທະນາ, ປະຊາຊາດ, ຊາດໄທພັດທະນາ ແລະ ປະຊາທິປະໄຕ, ທ່ານຮັກສາການນາຍົກລັດຖະມົນຕີ Phumtham Wechayachai ໃຫ້ຮູ້ວ່າ ພັນທະມິດບັນດາພັກໃນລັດຖະບານເກົ່າ ຈະສືບຕໍ່ໄດ້ຮັບການຮັກສາ ແລະ ຈະເຄື່ອນໄຫວຕາມນາມຂອງລັດຖະບານຊົ່ວຄາວ ພາຍໃຕ້ການນຳພາຂອງທ່ານ.
ທ່ານນາງ ແພທອງທານ ຊິນນະວັດ ກ່າວຄຳເຫັນພາຍຫຼັງຖືກປົດຕຳແໜ່ງ ໃນຕອນບ່າຍວັນທີ 29 ສິງຫາ (ພາບ: Reuters/Chalinee Thirasupa)

ພາຍຫຼັງສານລັດຖະທຳມະນູນ ໄທ ປະກາດປົດຕຳແໜ່ງນາຍົກລັດຖະມົນຕີສຳລັບທ່ານນາງ ແພທອງທານ ຊິນນະວັດ, ເຮັດໃຫ້ທັງຄະນະລັດຖະບານຂອງທ່ານນາງຖືກປົດຕຳແໜ່ງໄປຕາມ, ຮັກສາການນາຍົກລັດຖະມົນຕີ  ທ່ານ Phumtham Wechayachai ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການສ້າງຕັ້ງລັດຖະບານໃໝ່ພາຍໃຕ້ການນຳພາຂອງພັກ ເພື່ອໄທ.

ວັນທີ 29 ສິງຫາ, ໃນການປະຊຸມຖະແຫຼງຂ່າວໂດຍມີການນຳບັນດາພັກເພື່ອໄທ, ຊາດພັດທະນາ, ປະຊາຊາດ, ຊາດໄທພັດທະນາ ແລະ ປະຊາທິປະໄຕ, ທ່ານຮັກສາການນາຍົກລັດຖະມົນຕີ  Phumtham Wechayachai ໃຫ້ຮູ້ວ່າ ພັນທະມິດບັນດາພັກໃນລັດຖະບານເກົ່າ ຈະສືບຕໍ່ໄດ້ຮັບການຮັກສາ ແລະ ຈະເຄື່ອນໄຫວຕາມນາມຂອງລັດຖະບານຊົ່ວຄາວ ພາຍໃຕ້ການນຳພາຂອງທ່ານ.

ພັກເພື່ອໄທ ຄາດວ່າ ສະເໜີທ່ານ Chaikasem Nitisiri ເປັນຜູ້ອອກສະໝັກເລືອກຕັ້ງເຂົ້າຕຳແໜ່ງນາຍົກລັດຖະມົນຕີ. ທ່ານ Chaikasem Nitisiri ອາຍຸ 77 ປີ, ເປັນທະນາຍຄວາມ, ເຮັດວຽກໃນກົງຈັກຍຸຕິທຳເປັນເວລາຫຼາຍປີ ກ່ອນທີ່ກາຍເປັນລັດຖະມົນຕີກະຊວງຍຸຕິທຳປີ 2013.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top