• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ອາ​ຍຸ​ສູງ ນະ​ຄອນ ໂຮ່​ຈີ​ມິນ ພ້ອມ​ກັນ​ຫັດ​ກາຍບໍ​ລິ​ຫານ​ເພື່ອສຸ​ຂະ​ພາບ, ​ແອບໂຢ​ກາ ສ້າງ​ສະ​ຖິ​ຕິ ຫວຽດ​ນາມ

ຕອນເຊົ້າວັນທີ 2 ຕຸລາ, ມີຜູ້ອາຍຸສູງ ກ່ວາ 3000 ຄົນຢູ່ນະຄອນໂຮ່ຈີມິນ ໄດ້ພ້ອມກັນຫັດກາຍບໍລິຫານຮັກສາສຸຂະພາບ ແລະ ໂຢກາລວມໝູ່ ຢູ່ຖະໜົນເລເລີຍ, ເມືອງ 1 ເຊິ່ງກຳນົດ ລະດັບສະຖິຕິ ຫວຽດນາມ ກ່ຽວກັບລາຍການຫັດກາຍບໍລິຫານເພື່ອຮັກສາສຸຂະພາບ ທີ່ມີຈຳນວນຜູ້ອາຍຸສູງເຂົ້າຮ່ວມຫຼາຍທີ່ສຸດ.

ຕອນເຊົ້າວັນທີ 2 ຕຸລາ, ມີຜູ້ອາຍຸສູງ ກ່ວາ 3000 ຄົນຢູ່ນະຄອນໂຮ່ຈີມິນ ໄດ້ພ້ອມກັນຫັດກາຍບໍລິຫານຮັກສາສຸຂະພາບ ແລະ ໂຢກາລວມໝູ່ ຢູ່ຖະໜົນເລເລີຍ, ເມືອງ 1 ເຊິ່ງກຳນົດ ລະດັບສະຖິຕິ ຫວຽດນາມ ກ່ຽວກັບລາຍການຫັດກາຍບໍລິຫານເພື່ອຮັກສາສຸຂະພາບ ທີ່ມີຈຳນວນຜູ້ອາຍຸສູງເຂົ້າຮ່ວມຫຼາຍທີ່ສຸດ.

    

ຜູ້ອາຍຸສູງ ນະຄອນ ໂຮ່ຈີມິນ ພ້ອມກັນຫັດກາຍບໍລິຫານເພື່ອສຸຂະພາບ, ແອບໂຢກາ ສ້າງສະຖິຕິ ຫວຽດນາມ

ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຕອບສະໜອງເດືອນກະທຳເພື່ອຜູ້ອາຍຸສູງ ໂດຍພະແນກວັດທະນະທຳ ແລະ ກິລາ, ສະມາຄົມຜູ້ອາຍຸສູງສົມທົບກັບ ສະຫະພັນກິລາຮັກສາສຸຂະພາບ, ໂຢການະຄອນໂຮ່ຈີມິນຈັດຕັ້ງ.

ທີ່ລາຍການ, ມີສະມາຊິກ 3333 ຄົນ ທີ່ມາຈາກບັນດາສະໂມສອນຮັກສາສຸຂະພາບຜູ້ອາຍຸສູງ ຂອງນະຄອນໂຮ່ຈີມິນ ພ້ອມກັນເຂົ້າຮ່ວມ ສະແດງ ບົດຫັດກາຍບໍລິຫານຮັກສາສຸຂະພາບ ແລະ ໂຢກາ 5 ບົດ. ນອກຈາກນັ້ນ, ບັນດາສະໂມສອນຫັດກາຍ ຮັກສາສຸຂະພາບ, ໂຢກາ, ມວຍພື້ນເມືອງຊະນິດຕ່າງໆ ກໍ່ໄດ້ເຂົ້າຮ່ວມສະແດງບົດຟ້ອນມວຍທີ່ມີທັກສະສູງ ພ້ອມກັບບັນດາລາຍການສະແດງສິລະລະ.

ທ່ານ ຮ່ວຽນແທັງເລິບ, ຮອງປະທານສະມາຄົມຜູ້ອາຍຸສູງ ຫວຽດນາມ, ຫົວໜ້າຄະນະຜູ້ຕາງໜ້າສະມາຄົມຜູ້ອາຍຸສູງນະຄອນໂຮ່ຈີມິນໃຫ້ຮູ້ວ່າ, ລາຍການຫັດກາຍບໍລິຫານຮັກສາສຸຂະພາບ ແລະ ໂຢກາລວມໝູ່ເພື່ອແນໃສ່ສ້າງບ່ອນລ້າຫຼິ້ນບັນເທີງ, ຍົກສູງຈິດໃຈເຂົ້າຮ່ວມຫັດກາຍບໍລິຫານ, ກິລາ, ຍູ້ໂລກລະບາດໃຫ້ຖອຍໄປ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top