• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ບ່າວ 9X Startup ດ້ວຍ​ປຶ້ມ​ເກົ່າ

ໂດຍມີບຸນວາດສະໜາກັບບັນດາປຶ້ມເກົ່າ ນັບແຕ່ເວລາຍັງຮຽນ, ອ້າຍ ຫງວຽນວັນຈວນ, ເກີດຢູ່ ແຂວງຊອກຈັງ, ໄດ້ມີຄວາມຕັດສິນໃຈທີ່ກ້າຫານພາຍຫຼັງຮຽນຈົບ ແທນທີ່ຈະເປັນຄູສອນ, ອ້າຍເລືອກ Startup ດ້ວຍຄວາມເມົາມົວສະສົມ ແລະ ແບ່ງປັນປຶ້ມ. ປັດຈຸບັນ, ຮ້ານຂາຍປຶ້ມຂອງຜູ້ບ່າວ 9X(ຄົນທີ່ເກີດໃນຍຸກ 90) ໄດ້ກາຍເປັນສະຖານທີ່ນັດພົບທີ່ລຶ້ງເຄີຍຂອງຜູູ້ຄົນທີ່ມີຄວາມມັກຮັກວັດທະນະທຳການອ່ານຢູ່ນະຄອນ ເກິ່ນເທີ.
ອ້າຍ ຫງວຽນວັນຈວນ ຢູ່ຮ້ານຂາຍປຶ້ມຂອງຕົນ (ພາບ: VOV )

ຮ້ານຂາຍປຶ້ມເກົ່າຂອງອ້າຍ ຫງວຽນວັນຈວນ ຕັ້ງຢູ່ໃນຮ່ອມທີ 132, ຖະໜົນ 3 ກຸມພາ, ເມືອງນິງກ່ຽວ, ນະຄອນ ເກິ່ນເທີ. ຈຸດພົ້ນເດັ່ນຂອງຮ້ານແມ່ນມີປຶ້ມຫຼາຍຊະນິດ, ວາລະສານເກົ່າທີ່ໄດ້ພິມຈຳໜ່າຍແຕ່ດົນນານມາແລ້ວ. ທຸກສິ່ງທຸກຢ່າງໄດ້ສັບຊ້ອນເປັນລະບຽບຮຽບຮ້ອຍຂຶ້ນຫິ້ງຮ້ານ. ສະຖານທີ່ຂາຍບໍ່ຢູ່ແຄມທາງໃຫຍ່ ແຕ່ຍັງມີຈຳນວນແຂກມາຊື້ເປັນປົກກະຕິໃນແຕ່ລະວັນ.

ໂດຍແມ່ນຄົນຮັກມັກປຶ້ມ ແລະ ອ່ານປຶ້ມ ດັ່ງນັ້ນຄາວເປັນນັກສຶກສາ, ອ້າຍ ຈວນ ເຄີຍໄປເຮັດວຽກຢູ່ຫຼາຍບ່ອນ, ແຕ່ລະມື້ມີຄ່າແຮງງານປະມານ 50.000 ດົ່ງ ແຕ່ອ້າຍຍອມທີ່ຈະອົດເຂົ້າເພື່ອຊື້ປຶ້ມກ່ຽວກັບປະຫວັດສາດທີ່ມີມູນຄ່າ 80.000 ດົ່ງ. ຕາມອ້າຍ ຈວນ ແລ້ວ, ການຂາຍປຶ້ມກໍ່ຄືກັນກັບການຂາຍ “ພູມປັນຍາ” ດັ່ງນັ້ນ ອ້າຍມີຄວາມສຸດຈິດສຸດໃຈຕໍ່ຮ້ານປຶ້ມເກົ່າຂອງຕົນ, ຖະໜຸຖະໜອມເອກະການເກົ່າແຕ່ລະໜ້າ. ເພາະວ່າຕາມອ້າຍ, ຄວາມຮູ້ຂອງຕົນເອງເພີ່ມຂຶ້ນ, ມູມມອງກ່ຽວກັບການດຳລົງຊີວິດຈະນັບມື້ນັບເລິກເຊິ່ງກ່ວາອີກ ກໍ່ຍ້ອນຮ້ານປຶ້ມນີ້ນຳມາໃຫ້. ອ້າຍ ຈວນ ໃຫ້ຮູ້ວ່າ ລາວໄດ້ເປີດຮ້ານຢ່າງເປັນທາງການໃນປີ 2018 ພາຍຫຼັງໄລຍະໜຶ່ງທີ່ຂາຍທາງອອນໄລ.

ກໍ່ຄືກັນກັບຄອບຄົວອື່ນໆ, ມີຄວາມປາດຖະໜາຢາກໃຫ້ລູກຂອງຕົນພາຍຫຼັງຮຽນຈົບຈະມີວຽກເຮັດງານທຳເປັນປົກກະຕິ. ໃນເບື້ອງຕົ້ນ ຢູ່ເຂດບ້ານນອກກໍ່ບໍ່ຄ່ອຍໄດ້ສຳຜັດກັບປຶ້ມຫຼາຍ ດັ່ງນັ້ນ ທາງຄອບຄົວຂ້າພະເຈົ້າບໍ່ເຫັນດີ ແຕ່ເຫັນວ່າຂ້າພະເຈົ້າມີຄວາມເມົາມົວຫຼາຍ ດັ່ງນັ້ນ ກໍ່ຄ່ອຍໆເຫັນດີນຳ. ປັດຈຸບັນ, ຂ້າພະເຈົ້າມີສອງສາຂາ, ຢູ່ຖະໜົນ 30 ເມສາ ແລະ ໃນຮ່ອມທີ 51 ຖະໜົນ 3 ກຸມພາ.

ນັບແຕ່ເວລາມີປຶ້ມສອງ - ສາມຫົວໃນຄາວເປັນນັກສຶກສາ, ແຕ່ມາຮອດປັດຈຸບັນ ຜູ້ບ່າວຊອກຈັງ ໄດ້ວາງປຶ້ມນັບ 10.000 ຫົວຢູ່ຮ້ານປຶ້ມທີ່ມີກ່ຽວກັບຫຼາຍຂົງເຂດ. ໃນນັ້ນ, ມີສາງບັນຈຸປຶ້ມທີ່ຫາຍາກກ່ຽວກັບປະຫວັດສາດ, ວັດທະນະທຳ, ວັດຈະນານຸກົມ, ການແພດ ແລະ ວັນນະຄະດີ ກ່ອນປີ 1975. ສຳລັບອ້າຍ, ຖ້າມີປຶ້ມຫົວດັ່ງກ່າວໃນມື ເບິ່ງຄືວ່າ ມີຊັບສິນອັນລ້ຳຄ່າ. ບາງມື້ມີແຕ່ຍ່າງຜ່ານປຶ້ມເຫຼັ້ມດັ່ງກ່າວ ກໍ່ຮູ້ສຶກດີໃຈແລ້ວ.

ປັດຈຸບັນ, ບັນດາເພື່ອນໜຸ່ມ ebook ຫຼືນຳໃຊ້ສື່ສັງຄົມອອນໄລ, ນັ້ນແມ່ນທ່າອ່ຽງລວມຂອງສັງຄົມ. ມີຫຼາຍຄົນກໍ່ນຳໃຊ້ທັງສອງແມ່ນ ebook ແລະ ປຶ້ມເອເລັກໂຕນິກໃນໂທລະສັບ. ເຖິງຢ່າງໃດກໍຕາມ, ຍັງບໍ່ມີຫຼາຍຄົນອ່ານປຶ້ມເຈ້ຍເພື່ອຫວນຄືນອະດີດ, ຊົມໃຊ້ຄວາມຮູ້ສຶກອ່ານປຶ້ມ ແລະ ຄະນຶງຫາບັນດາຄວາມຊົງຈຳໃນເມື່ອກ່ອນ. ປຶ້ມເຈ້ຍໄດ້ນຳມາເຊິ່ງການລົງພຶດຕິກຳຕົວຈິງນີ້ຢ່າງຄົບຖ້ວນ.

ຮ້ານນ້ອຍໆ, ປຶ້ມທີ່ລຶ້ງເຄີຍ... ແມ່ນຄວາມຮູ້ສຶກຂອງຫຼາຍຄົນເມື່ອມາຢາມຮ້ານຂາຍປຶ້ມເກົ່າຂອງອ້າຍ ຈວນ. ເຖິງວ່າຮ້ານບໍ່ກວ້າງ ແຕ່ຍ້ອນໄດ້ຮັບການສັບຊ້ອນເປັນລະບຽບ ດັ່ງນັ້ນ ຮ້ານຍັງມີບັນຍາກາດທີ່ອົບອຸ່ນ, ງ່າຍດາຍ. ຮ້ານມີປຶ້ມຫຼາຍຊະນິດ, ນັບແຕ່ປຶ້ມທີ່ຫາກໍ່ໄດ້ຮັບການພິມຈຳໜ່າຍ ຕະຫຼອດຮອດປຶ້ມທີ່ໄດ້ຈຳໜ່າຍແຕ່ດົນນານແລ້ວ, ປະມານກ່ອນນີ້ 50 ປີ. ເຖິງວ່າບໍ່ໄດ້ຢູ່ບ່ອນມີຄົນຄັບຄາໜາແໜ້ນ ແຕ່ຮ້ານຍັງຕ້ອນຮັບແຂກ ຜູ້ທີ່ມີຄວາມນິຍົມຊົມຊອບອ່ານປຶ້ມ, ມັກຮັກວັດທະນະທຳການອ່ານເປັນປະຈຳ.

ນ້ອງຕິດຕາມ facebook ແລະ tiktok ຂອງຮ້ານຂາຍປຶ້ມ. ກໍ່ແມ່ນນັກສຶກສາ ດັ່ງນັ້ນ ນ້ອງພວມຝຶກໃຫ້ລຶ້ງກັບການອ່ານປຶ້ມ. ສ່ວນຫຼາຍປຶ້ມນ້ອງອ່ານແມ່ນວັນນະຄະດີຕ່າງປະເທດ ແລະ ນາວະນິຍາຍ.

ຈາກບັນດາຄວາມຫຍຸ້ງຍາກຕອນ Startup, ອ້າຍ ຈວນ ຄ່ອຍໆທຳຄວາມລຶ້ງເຄີຍ, ນັບແຕ່ການຊອກຫາສະຖານທີ່ຂາຍປຶ້ມທີ່ເໝາະສົມຕະຫຼອດຮອດການສັບຊ້ອນບັນຍາກາດແນວໃດໃຫ້ກົມກຽວ, ດຶງດູດແຂກທ່າມກາງຍຸກປຶ້ມເອເລັກໂຕນິກທີ່ພວມພົ້ນເດັ່ນຂຶ້ນ. ດ້ວຍຄວາມເມົາມົວ ແລະ ຄວາມມຸ່ງຫວັງແຜ່ຂະຍາຍວັດທະນະທຳການອ່ານໄດ້ຊ່ວຍອ້າຍມີຄວາມຢຶດໝັ້ນເດີນຕາມ ແລະ ປະສົບຜົນສຳເລັດດ້ວຍເສັ້ນທາງນີ້. ສຳລັບໄວໜຸ່ມ, ຜູ້ອ່ານທີ່ມີຄວາມເມົາມົວຕໍ່ປຶ້ມ ແລະ ມີຄວາມຫວັງຢາກ Startup ຄືກັນ, ອ້າຍ ຈວນ ແບ່ງປັນວ່າ:

ຈົ່ງກ້າຫານເຮັດ, ເຮົາຄ່ອຍໆເຮັດ, ມີໜ້ອຍເຮັດໜ້ອຍ, ມີຫຼາຍເຮັດຫຼາຍ. ມີຫຍັງກໍ່ຕິດຕໍ່ນຳຂ້າພະເຈົ້າ, ຖ້າຊ່ວຍໄດ້ຂ້າພະເຈົ້າຈະຊ່ວຍເຫຼືອ.

ໃນຍຸກເຕັກໂນໂລຢີດີຈີຕອນ, ຮ້ານຂາຍປຶ້ມເກົ່າຢູ່ ເກິ່ນ ເທີນັບມື້ນັບໜ້ອຍລົງ, ໄວໜຸ່ມເລືອກ Starup ດ້ວຍຮ້ານປຶ້ມເກົ່າກໍ່ຍິ່ງຫາຍາກ. ແຕ່ດ້ວຍຄວາມເມົາມົວຂອງຕົນ, ອ້າຍ ຈວນ ໄດ້ມີຄວາມຢຶດໝັ້ນກັບການສ້າງ ແລະ ພັດທະນາສອງສາຂາຂາຍປຶ້ມເກົ່າຂອງຕົນ.

ສຳລັບອະດີດນັກສຶກສາຂະແໜງຄູສອນປະຫວັດສາດ ຫງວຽນວັນຈວນ, ຮ້ານຂາຍປຶ້ມເກົ່າບໍ່ພຽງແຕ່ແມ່ນສະຖານທີ່ດຳເນີນທຸລະກິດຊ່ວຍນັກສຶກສາປະຢັດຄ່າຊື້ປຶ້ມເທົ່ານັ້ນ, ຮ້ານຂາຍປຶ້ມຍັງແມ່ນສະຖານທີ່ເພື່ອໃຫ້ລາວພົບປະກັບເພື່ອນທີ່ສະໜິດສະໜົມ, ສ່ຽວຂອງຕົນອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ເລືອງ​ເກືອງ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ບຣາ​ຊິນ Lula da Silva

ປະ​ທານ​ປະ​ເທດ ເລືອງ​ເກືອງ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ບຣາ​ຊິນ Lula da Silva

ທ່ານປະທານາທິບໍດີ Lula da Silva ແມ່ນປະມຸກຕ່າງປະເທດຄົນທຳອິດ ມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນປີ 2025, ສະແດງໃຫ້ເຫັນການຖືເປັນສຳຄັນຂອງຫວຽດນາມ ຕໍ່ທ່ານ ທ່ານປະທານາທິບໍດີ ບຣາຊິນ ແລະ ການພົວພັນ ຫວຽດນາມ - ບຣາຊິນ.

Top