• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ຊ່ວຍ​ວຽກ​ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO: ຫວຽດ​ນາມ ນັບ​ມື້​ນັບ​ມີ​ບົດ​ບາດ​ສຳ​ຄັນ​ຢູ່ UNESCO

ທ່ານ Firmin Edouard Matoko ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ (UNESCO) ຖືວ່າ ຫວຽດນາມ ນັບມື້ນັບມີບົດບາດສຳຄັນຢູ່ UNESCO, ແມ່ນສະມາຊິກທີ່ຕັ້ງໜ້າໃນຫຼາຍກົນໄກສຳຄັນຂອງອົງການ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໃຫ້ການຕ້ອນຮັບທ່ານ Firmin Edouard Matoko ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ (UNESCO) (ພາບ: TTXVN)

ວັນທີ 6 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Firmin Edouard Matoko ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ກ່ຽວກັບການໃຫ້ບຸລິມະສິດ ອາບຟຼິກກາ ແລະ ການພົວພັນຕ່າງປະເທດ ພວມຢູ່ຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 2 – 6 ກໍລະກົດ.

ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ການໜູນຊ່ວຍຂອງ UNESCO ແລະ ບັນດາອົງການຂອງ ສປຊ ໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດທະນາການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ໂຄສະນາບັນດາຄຸນຄ່າດ້ານວັດທະນະທຳ, ພາບພົດປະເທດຊາດ ແລະ ຊາວ ຫວຽດນາມ. ທ່ານລັດຖະມົນຕີ ມີຄວາມຫວັງຢາກຊຸກຍູ້ການພົວພັນຮ່ວມມືກັບ UNESCO ໃນບັນດາຂົງເຂດຄື: ວັດທະນະທຳ, ການສຶກສາ ແລະ ວິທະຍາສາດໃຫ້ຫຼາຍກ່ວາອີກ ດ້ວຍ ເປົ້າໝາຍຮອດປີ 2030 ນຳ ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ ແລະ ມີລາຍຮັບສະເລ່ຍຢູ່ລະດັບສູງ. ເນື່ອງໃນໂອກາດນີ້, ທ່ານ ບຸຍແທັງເຊີນ ໄດ້ມອບໃບຍ້ອງຍໍໃຫ້ແກ່ທ່ານ Firmin Edouard Matoko ຍ້ອນບັນດາການປະກອບສ່ວນ, ການສະໜັບສະໜູນຂອງທ່ານຕໍ່ການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ UNESCO .

ສ່ວນທ່ານ Firmin Edouard Matoko ຖືວ່າ ຫວຽດນາມ ນັບມື້ນັບມີບົດບາດສຳຄັນຢູ່ UNESCO, ແມ່ນສະມາຊິກທີ່ຕັ້ງໜ້າໃນຫຼາຍກົນໄກສຳຄັນຂອງອົງການ, ແມ່ນແບບຢ່າງທີ່ດີກ່ຽວກັບການຮ່ວມມືທີ່ມີປະສິດທິຜົນກັບ UNESCO.

(ແຫຼ່ງຄັດຈາກ VOV)

ການຄາດຄະເນການເຕີບໂຕ ປີ 2026 ຂອງ ຫວຽດນາມ ແມ່ນສູງກວ່າບັນດາພື້ນຖານເສດຖະກິດຢູ່ພາກພື້ນ

ການຄາດຄະເນການເຕີບໂຕ ປີ 2026 ຂອງ ຫວຽດນາມ ແມ່ນສູງກວ່າບັນດາພື້ນຖານເສດຖະກິດຢູ່ພາກພື້ນ

ໝາກຜົນດ້ານ ເສດຖະກິດທີ່ຕັ້ງໜ້າຂອງ ຫວຽດນາມ ໃນເຄິ່ງຕົ້ນປີ 2026 ນີ້ສະແດງໃຫ້ເຫັນເຖິງຄວາມຕ້ານທານທີ່ເຂັ້ມແຂງ ແລະ ຄວາມສາມາດບົ່ມຊ້ອນໃນການຮັກສາການເຕີບໂຕຢ່າງແຮງ.

Top