• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ໂດຍສານມີຄວາມກະຕືລືລົ້ນແລະປິຕິຊົມຊື່ນເມື່ອນຳໃຊ້ການບໍລິການຢູ່ສະໜາມບິນເວີນດົນ, ກວາງນິງ

ຕອນເຊົ້າວັນທີ 30 ທັນວາ, ຢູ່ແຂວງກວາງນິງ ໄດ້ຈັດພິທີເປີດສະຫຼອງ 3 ກິດຈະກຳພື້ນຖານໂຄງລ່າງຄົມມະນາຄົມຈຸດສຸມ, ນັ້ນແມ່ນເປີດສະຫຼອງທ່າອາກາດສະຍານສາກົນ ເວີນດົນ, ທ່າກ່ຳປັ່ນແຂກທ່ອງທ່ຽວສາກົນຫະລອງ ແລະ ເປີດສະຫຼອງເສັ້ນທາງດ່ວນ ຫະລອງ - ເວີນດົນ.

(ຜູ້ໂດຍສານມີຄວາມກະຕືລືລົ້ນແລະປິຕິຊົມຊື່ນເມື່ອນຳໃຊ້ການບໍລິການຢູ່ສະໜາມບິນເວີນດົນ, ກວາງນິງ)

3 ກິດຈະກຳດັ່ງກ່າວມີຍອດເງິນລົງທຶນກວ່າ 20.000 ຕື້ດົ່ງ. ບັນດານັກທ່ອງທ່ຽວທຳອິດນຳໃຊ້ການບໍລິການຢູ່ທ່າອາກາດສະຍານສາກົນ ເວີນດົນ ມີຄວາມກະຕືລືລົ້ນ, ປິຕິຊົມຊື່ນເປັນຢ່າງຍິ່ງ. ອ້າຍດວ່ານແອງຢຸງ, ຢູ່ນະຄອນຫະລອງ, ແຂວງກວາງນິງ ໄດ້ມາທ່າອາກາດສະຍານພາຍໃນ, ທ່າອາກາດສະຍານສາກົນເວີນດົນ ແຕ່ເຊົ້າເພື່ອເຮັດລະບຽບການຂຶ້ນຍົນໄປນະຄອນໂຮ່ຈິມິນ, ອ້າຍຢຸງ ໃຫ້ຮູ້ວ່າ.

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນ, ນີ້ແມ່ນຂີດໝາຍເຂັ້ມແຂງຂອງແຂວງກວາງນິງ ໃນການພັດທະນາທ່າອາກາດສະຍານ ແລະ ການທ່ອງທ່ຽວ. ຄອບຄົວຂ້າພະເຈົ້າໂຊກດີທີ່ໄດ້ໄປຖ້ຽວບິນທຳອິດຢູ່ສະໜາມບິນ ແລະ ກໍ່ແມ່ນສະໜາມບິນທຳອິດຂອງແຂວງກວາງນິງ”.

        ໃນມື້ທຳອິດທີ່ນຳທ່າອາກາດສະຍານສາກົນເວີນດົນ ເປີດໃຊ້ບໍລິການ, ບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ຈະເປີດສາຍການບິນນະຄອນໂຮ່ຈິມິນ - ເວີນດົນ ແລະ ກົງກັນຂ້າມ, ດ້ວຍ 1 ຖ້ຽວບິນ/ມື້.

 (ແຫຼ່ງຄັດຈາກ VOV)


ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະປະເທດ. ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ -ບັງກະລາເທດ.

Top