• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ອຳນວຍການໃຫຍ່ IAEA ອອກສຽງກ່ຽວກັບເຫດເຮືອບິນບໍ່ມີຄົນຂັບລະເບີດໃນບໍລິເວນໂຮງງານໄຟຟ້ານິວເຄຼຍ Zaporozhye

ກ່ອນໜ້ານັ້ນ, ຕາມຂ່າວຈາກອົງການສື່ມວນຊົນຂອງໂຮງງານໄຟຟ້ານິວເຄຼຍ Zaporozhye, ວັນທີ 7 ເມສາ, ກຳລັງປະກອບອາວຸດ ຢູແກຼນ ໄດ້ດຳເນີນບັນດາການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແນໃສ່ໂຮງງານໄຟຟ້າ Zaporozhye, ລວມມີບັນດາເຕົາປະຕິກອນນິວເຄຼຍເລກ 5 ແລະ 6, ເຮັດໃຫ້ 3 ຄົນຖືກບາດເຈັບ.
ທ່ານ Rafael Mariano Grossi, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) (ພາບ:Ria Novosti)

ວັນທີ 7 ເມສາ, ພາຍຫຼັງໄດ້ຮັບຂ່າວກ່ຽວກັບເຫດເຮືອບິນບໍ່ມີຄົນຂັບລະເບີດໃນບໍລິເວນ ໂຮງງານໄຟຟ້າ Zaporozhye, ທ່ານ Rafael Mariano Grossi, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ໄດ້ຮຽກຮ້ອງບັນດາຝ່າຍປະທະກັນຄວບຄຸມບັນດາການກະທຳທີ່ກໍ່ຄວາມອັນຕະລາຍໃຫ້ແກ່ໂຮງງານແຫ່ງນີ້.

ກ່ອນໜ້ານັ້ນ, ຕາມຂ່າວຈາກອົງການສື່ມວນຊົນຂອງໂຮງງານໄຟຟ້ານິວເຄຼຍ Zaporozhye, ວັນທີ 7 ເມສາ, ກຳລັງປະກອບອາວຸດ ຢູແກຼນ ໄດ້ດຳເນີນບັນດາການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແນໃສ່ໂຮງງານໄຟຟ້າ Zaporozhye, ລວມມີບັນດາເຕົາປະຕິກອນນິວເຄຼຍເລກ 5 ແລະ 6, ເຮັດໃຫ້ 3 ຄົນຖືກບາດເຈັບ.

ບໍລິສັດໃຫຍ່ພະລັງງານນິວເຄຼຍ ສະຫະພັນລັດເຊຍ ເອີ້ນເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບແນໃສ່ໂຮງງານໄຟຟ້າ ນິວເຄຼຍ Zaporozhye ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ, ພ້ອມທັງຮຽກຮ້ອງການນຳອົງການປະລິມານູສາກົນ (IAEA) ແລະ ບັນດາປະເທດ ສະຫະພາບ ເອີລົບ (EU) ມີສຽງເວົ້າກ່ຽວກັບເຫດການດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແບ່ງປັນການກຳນົດທິດການຮ່ວມມືຈຸດສຸມລະຫວ່າງ ອາຊຽນ ແລະ ລັດເຊຍ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແບ່ງປັນການກຳນົດທິດການຮ່ວມມືຈຸດສຸມລະຫວ່າງ ອາຊຽນ ແລະ ລັດເຊຍ

ຕາມທ່ານແລ້ວ, 2 ຝ່າຍຕ້ອງຮ່ວມມືກັນສ້າງບັນດາລະບົບສະໜອງທີ່ມີສະຖຽນລະພາບ, ມີໄຫວພິບ ແລະ ມີຄວາມສາມາດຕ້ານທານສູງຕໍ່ບັນດາການຜັນແປຢູ່ພາຍນອກ

Top