ຂ່າວສານ
ຜູ້ວ່າການແຂວງ Kanagawa: ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ຈະປະກອບສ່ວນເພີ່ມທະວີການຮ່ວມສຳພັນລະຫວ່າງສອງປະເທດ
ຕອນບ່າຍວັນທີ 15 ຕຸລາ, ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ທ່ານ Yuji Kuroiwa ຜູ້ວ່າການແຂວງ Kanagawa, ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ Suga Yoshihide ນາຍົກລັດຖະມົນຕີ ຍີ່ປຸ່ນ, ກ່ອນທີ່ຈະເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານ Yuji Kuroiwa ຜູ້ວ່າການແຂວງ Kanagawa (ພາບ: TTXVN)
ສ່ວນທ່ານ Yuji Kuroiwa ໄດ້ແບ່ງປັນວ່າ ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ກໍ່ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານ ຈະແມ່ນການຢ້ຽມຢາມທີ່ມີລັກສະນະປະຫວັດສາດ, ປະກອບສ່ວນ “ເພີ່ມທະວີການຮ່ວມສຳພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃຫ້ຫຼາຍກ່ວາອີກ ໃນໄລຍະຈະມາເຖິງ”.
(ແຫຼ່ງຄັດຈາກ VOV)