
ຢູ່ສະຖານທີ່ປ່ອນບັດທີ່ເຮືອນເລກທີ 58 ຫງວຽນຢູ, ຮ່າໂນ້ຍ, ພໍດີຮອດ 7 ໂມງເຊົ້າ, ຫຼັງພິທີໄຂ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງ ເຊິ່ງແມ່ນໜຶ່ງໃນບັນດາຜູ້ມີສິດເລືອກຕັ້ງປ່ອນບັດທຳອິດ. ເມື່ອຕອບສຳພາດຕໍ່ສື່ມວນຊົນ ພາຍຫຼັງການປ່ອນບັດ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເຊື່ອໝັ້ນວ່າ ດ້ວຍຄວາມໝາຍຄວາມສຳຄັນຂອງການເລືອກຕັ້ງຄັ້ງນີ້, ປະເທດຊາດຈະກ້າວເຂົ້າສູ່ໄລຍະໃໝ່, ຕອບສະໜອງໄດ້ຕາມຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກໍປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນທີ່ໄດ້ຮັບການເລືອກຕັ້ງໃນຊຸດນີ້ ຈະສຸດຈິດສຸດໃຈອຸທິດສ່ວນເພື່ອປະເທດຊາດ, ເພື່ອປະຊາຊົນ, ປະຕິບັດພັນທະ ແລະ ຄວາມຮັບຜິດຊອບຂອງຕົນຢ່າງຄົບຖ້ວນ, ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍ ທີ່ໄດ້ກຳນົດໄວ້, ໂດຍສະເພາະແມ່ນຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ຕໍ່ລັດຖະທຳມະນູນ.

ຕອນເຊົ້າວັນທີ 23 ພຶດສະພາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຢູ່ສະຖານທີ່ປ່ອນບັດ ເລືອກຕັ້ງເລກທີ 41, ເທດສະບານເມືອງ ກູ໋ຈີ, ນະຄອນ ໂຮ່ຈີມິນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາວ່າ ວຽກງານການເລືອກຕັ້ງໄດ້ຈັດຕັ້ງຢ່າງມີແບບມີແຜນ, ມີວິທະຍາສາດ ອຳນວຍຄວາມສະດວກໃຫ້ແກ່ຜູ້ມີສິດເລືອກຕັ້ງທີ່ສຸດ, ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ກໍໄດ້ປະຕິບັດເປັນຢ່າງດີ.

ເຂົ້າຮ່ວມການເລືອກຕັ້ງ ຢູ່ສະຖານທີ່ປ່ອນບັດ ເລືອກຕັ້ງ ເລກທີ 18
ຢູ່ສະຖານທີ່ປ່ອນບັດ ເລືອກຕັ້ງ ເລກທີ 18, ຕາແສງ ກ໋າຍເຄ໊, ເມືອງ ນິງກ່ຽວ, ນະຄອນ ເກີ່ນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນ. ໂດຍແບ່ງປັນພາຍຫຼັງການປ່ອນບັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ສິ່ງສຳຄັນທີ່ສຸດແມ່ນ ຫວຽດນາມ ຈັດຕັ້ງການປ່ອນບັດຢ່າງເປີດເຜີຍ, ໂປ່ງໃສ, ຍຸຕິທຳ. ຜູ້ມີສິດເລືອກຕັ້ງແຕ່ລະຄົນມີສິດເສລີໃນການເລືອກເອົາບັນດາຕົວແທນທີ່ເໝາະສົມທີ່ສຸດເຂົ້າໃນອົງການສິດອຳນາດຂອງທ້ອງຖິ່ນ ແລະ ອົງການສິດອຳນາດສູງສຸດຂອງປະເທດຊາດ.
ພາຍຫຼັງປະຕິບັດສິດພັນລະເມືອງຂອງຕົນຢູ່ສະຖານທີ່ປ່ອນບັດເລືອກຕັ້ງເລກທີ 1 ເທດສະບານເມືອງ ອານຫຼາວ, ນະຄອນ ຫ໋າຍຟ່ອງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ຫວຽດນາມ ໄດ້ກະກຽມທຸກວຽກງານເລືອກຕັ້ງໃນເວລາຍາວນານ ຈຶ່ງສາມາດດຳເນີນການເລືອກຕັ້ງໃນທົ່ວປະເທດຄືໃນວັນນີ້, ຮັບປະກັນສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງທຸກຄົນ, ໃນນັ້ນ ມີບັນດາທ້ອງຖິ່ນພວມປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ຄື ຮ່າໂນ້ຍ, ບັກຢາງ, ບັກນິງ, ຫວິງຝຸກ ແລະ ດ່າໜັງ.
ຢູ່ບັນດາສະຖານທີ່ແຍກຕົວລວມໝູ່, ວຽກງານການເລືອກຕັ້ງກໍໄດ້ປະຕິບັດຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພ. ຢູ່ເຂດແຍກຕົວ ວິທະຍາຄານການທະຫານ ກອງບັນຊາການກຳລັງນະຄອນຫຼວງ ຮ່າໂນ້ຍ, ນັບແຕ່ເຊົ້າ, ຢູ່ສະຖານທີ່ປ່ອນບັດ ເລືອກຕັ້ງ ກໍໄດ້ສີດຢາຂ້າເຊື້ອ. ຜູ້ມີສິດເລືອກຕັ້ງກໍຕ້ອງລ້າງມືຂ້າເຊື້ອ, ວັດແທກອຸນຫະພູມ, ໃສ່ຖົງມື ແລະ ຮັກສາໄລຍະຫ່າງໃນຕະຫຼອດໄລຍະປະຕິບັດການປ່ອນບັດ. ໄປຄຽງຄູ່ກັນນັ້ນ, ບັນດາຜູ້ມີສິດເລືອກຕັ້ງ ກໍຖືກຮຽກຮ້ອງໃຫ້ປະຕິບັດການປ່ອນບັດຕາມແຕ່ລະຫ້ອງ, ໃນເວລາທີ່ແຕກຕ່າງກັນ ເພື່ອຮັບປະກັນແກ່ການຮັກສາໄລຍະຫ່າງ, ຫຼີກລ້ຽງການເຕົ້າໂຮມກັນຫຼາຍຄົນ. ສຳລັບຜູ້ມີສິດເລືອກຕັ້ງທີ່ພວມປະຕິບັດການແຍກຕົວຢູ່ກັບເຮືອນ, ແຕ່ລະໜ່ວຍເລືອກຕັ້ງຖືຫີບບັດສຳຮອງລົງໄປເຮືອນປະຊາຊົນແຕ່ລະຫຼັງ ເພື່ອໃຫ້ຜູ້ມີສິດເລືອກຕັ້ງສາມາດບ່ອນປັດ. ຫີບບັດເລືອກຕັ້ງສຳຮອງນັ້ນກໍໄດ້ຮັບການສີດຢາຂ້າເຊື້ອເຊັ່ນດຽວກັນ. ເວລາປ່ອນບັດເລືອກຕັ້ງກໍຮັບປະກັນປະຕິບັດຕາມມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງກະຊວງສາທາລະນະສຸກ.
(ແຫຼ່ງຄັດຈາກ VOV)