• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ມີສິດເລືອກຕັ້ງ ກຳປູເຈຍ ກ່ວາ 99% ໄປເລືອກຕັ້ງສະພານະຄອນຫລວງ, ແຂວງ, ນະຄອນ, ເມືອງຊຸດທີ 3

      ວັນທີ 26 ພຶດສະພາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໄດ້ປະກາດຂໍ້ມູນຕົວເລກສະຖິຕິເບື້ອງຕົ້ນຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງການນຳສະພານະຄອນຫລວງ, ແຂວງ, ນະຄອນ, ເມືອງຊຸດທີ 3 ເຊິ່ງດຳເນີນກ່ອນນັ້ນໃນວັນດຽວກັນ. ຕາມນັ້ນແລ້ວ, ຜູ້ມີສິດເລືອກຕັ້ງ 11.565 ຄົນໄດ້ໄປປ່ອນບັດ ເຊິ່ງກວມເອົາ 99,94%.


ຜູ້ມີສິດເລືອກຕັ້ງ ກຳປູເຈຍ ກ່ວາ 99% ໄປເລືອກຕັ້ງສະພານະຄອນຫລວງ, ແຂວງ, ນະຄອນ, ເມືອງຊຸດທີ 3 (ພາບ: TTXVN)
      ຄາດວ່າ, ໝາກຜົນຊົ່ວຄາວຈະໄດ້ປະກາດໃນວັນທີ 31 ພຶດສະພາ ແລະໝາກຜົນທາງການຈະໄດ້ປະກາດໃນວັນທີ 08 ມິຖຸນາ ຈະມາເຖິງ.
        ກ່ອນໜ້ານັ້ນ, ແຕ່ເວລາ 7 ໂມງ - 15 ໂມງ ວັນທີ 26 ພຶດສະພາ, ບັນດາຜູ້ມີສິດເລືອກຕັ້ງ ກຳປູເຈຍ ເຊິ່ງເປັນກຳມະການສະພາຕາແສງ ໄດ້ໄປປ່ອນບັດເພື່ອເລືອກຕັ້ງການນຳສະພາຂັ້ນເທິງ ໃນການເລືອກຕັ້ງທີ່ ມີ 7 ພັກການເມືອງເຂົ້າຮ່ວມ ຍາດເອົາທີ່ນັ່ງຢູ່ສະພານະຄອນຫລວງ / ແຂວງ ແລະ ທີ່ນັ່ງຢູ່ສະພານະຄອນ / ເມືອງ ໃນທົ່ວປະເທດ.
        ນັກສັງເກດການລວມມີປະມານ 1.010 ຄົນ ທີ່ມາຈາກບັນດາກຸ່ມສັງຄົມ, ໃນນັ້ນ ມີສະຫະພັນຊາວໜຸ່ມ ກຳປູເຈຍ ແລະ ບັນດາອົງການພົນລະເຮືອນສັງຄົມ ເຂົ້າຮ່ວມການຕິດຕາມກວດກາການເລືອກຕັ້ງຄັ້ງນີ້.
(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top