• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ບັນຊາການໃຫຍ່ກອງທັບລາຊະອານາຈັກ ກໍາປູເຈຍ Vong Pisen ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

      ຄະນະຜູ້ແທນການທະຫານຂັ້ນສູງ ກອງທັບລາຊະອານາຈັກ ກໍາປູເຈຍ ໂດຍທ່ານພົນເອກ Vong Sipen, ຜູ້ບັນຊາການໃຫຍ່ກອງທັບລາຊະອານາຈັກ ກໍາປູເຈຍ ນໍາໜ້າ ເຊິ່ງພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 29 – 31 ຕຸລາ 2018. 

ທ່ານພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານພົນເອກ Vong Sipen, ຜູ້ບັນຊາການໃຫຍ່ກອງທັບລາຊະອານາຈັກ ກໍາປູເຈຍ (ພາບ:Quang Hai/qdnd.vn)
      ທີ່ການຕ້ອນຮັບ ໃນຕອນເຊົ້າວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວນລີກ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານພົນເອກ Vong Sipen  ໃນຄັ້ງນີ້ ແລະ ໝາກຜົນຂອງກອງປະຊຸມເຈລະຈາລະຫວ່າງຄະນະຜູ້ແທນການທະຫານຂັ້ນສູງສອງປະເທດ ຈະປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີ, ການຮ່ວມມືຮອບດ້ານ ແລະ ໝັ້ນຄົງລະຫວ່າງສອງປະເທດເວົ້າລວມ ແລະ ກອງທັບຫວຽດນາມ - ກໍາປູເຈຍ ເວົ້າສະເພາະໃຫ້ດີກວ່າອີກ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 30 ຕຸລາ, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານ ພົນໂທ ຟານວັນຢາງ ເປັນຫົວໜ້າຄະນະ ໄດ້ມີການເຈລະຈາກັບຄະນະຜູ້ແທນການທະຫານຂັ້ນສູງກອງທັບລາຊະອານາຈັກ ກໍາປູເຈຍ ເຊັ່ນດຽວກັນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສູງວ່າ ໄລຍະຈະມາເຖິງ ຈະສືບຕໍ່ຊີ້ນໍາບັນດາອົງການຂຶ້ນກັບກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ແລະ ກອງບັນຊາການໃຫຍ່ກອງທັບລາຊະອານາຈັກ ກໍາປູເຈຍ ຜັນຂະຫຍາຍປະຕິບັດແຜນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ປີ 2019 ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ; ເພີ່ມທະວີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງທະຫານເຂດຕ່າງໆ; ສົມທົບກັນປະຕິບັດວຽກງານການຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິຂອງນັກຮົບຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກໍາປູເຈຍ ກັບຄືນເມືອປະເທດ; ຍູ້ແຮງການລາດຕາເວນສອງຝ່າຍ, ການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ການຕໍ່ສູ້ຕ້ານອາດຊະຍາກໍາຂ້າມຊາດ; ຮັກສາຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມສະຫງົບປອດໄພໃນຊີວິດສັງຄົມຢູ່ເຂດຊາຍແດນ...
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top