• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍໄລຍະ 2021 – 2030

      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ເຊັນຂໍ້ຕົກລົງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດວ່າດ້ວຍການອະນຸມັດຜ່ານແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະປີ 2021 – 2030.

(ພາບປະກອບ/TTXVN)
      ກ່ອນໜ້ານັ້ນ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຮອງເອົາມະຕິຂອງສະພາແຫ່ງຊາດວ່າດ້ວຍການໃຫ້ອະນຸມັດແຜນນະໂຍບາຍການລົງທຶນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ-ສັງຄົມ ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະປີ 2021 – 2030. ມະຕິສະບັບດັ່ງກ່າວມີຈຸດປະສົງແມ່ນ ຄ່ອຍໆຮັດແຄບຄວາມແຕກໂຕນກັນກ່ຽວກັບລະດັບຄ່າຄອງຊີບ, ລາຍຮັບຂອງພໍ່ແມ່ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ເມື່ອທຽບໃສ່ລະດັບສະເລ່ຍລວມຂອງທົ່ວປະເທດ; ສູ້ຊົນຮອດປີ 2025 ໃຫ້ມີຈຳນວນບ້ານ, ຕາແສງຫຍຸ້ງຍາກເປັນພິເສດຫລຸດລົງ 50%; ຮອດປີ 2030 ຈະບໍ່ໃຫ້ມີບ້ານ, ຕາແສງຫຍຸ້ງຍາກເປັນພິເສດອີກໂດຍພື້ນຖານ.
(ແຫຼ່ງຄັດຈາກ VOV)
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top