• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍໂຄງການດຳເນີນງານ, ນຳມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເຂົ້າສູ່ຊີວິດການເປັນຢູ່ໂດຍໄວ

      ຖືວ່າຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກມີຄວາມໝາຍສຳຄັນຍິ່ງຕໍ່ການພັດທະນາຂອງປະເທດຊາດໃນສະພາບທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດນັບມື້ນັບໄດ້ຮັບການຍົກສູງຢູ່ເວທີສາກົນ.
ບັນດາຜູ້ແທນຮັບຮອງເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ  ພາບ:TTXVN
      ມີຄວາມພາກພູມໃຈ, ຄວາມເຊື່ອໝັ້ນກຕໍ່ການນຳພາຂອງພັກ, ລັດໃນການສ້າງສາ, ພັດທະນາປະເທດຊາດ ແມ່ນຄວາມຮູ້ສຶກລວມຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ເມື່ອແບ່ງປັນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.
      ສະແດງຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ການຕີລາຄາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່ຽວກັບເລື່ອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກປະສົບຜົນສຳເລັດຢ່າງຈົບງາມ, ອ້າຍ ຫງວຽນດຶກຕ໊ຽນ, ຮອງເລຂາຄະນະຊາວໜຸ່ມ, ປະທານສະຫະສະມາຄົມຊາວໜຸ່ມຫວຽດນາມ ນະຄອນຮ່າໂນ້ຍ ປາດຖະໜາວ່າ ໃນໄລຍະຈະມາເຖິງ ພັກຈະດຳເນີນການສະຫລຸບຄຳສັ່ງ, ມະຕິກ່ຽວກັບຊາວໜຸ່ມ ເພື່ອຕີລາຄາຄືນໃໝ່ວິວັດການຄະນະພັກຂຸກຂັ້ນປະຕິບັດບັນດາແຜນນະໂຍບາຍຂອງພັກ ໃນການເອົາໃຈໃສ່ບຳລຸງສ້າງ, ພັດທະນາຊາວໜຸ່ມ.
      ຖືວ່າຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກມີຄວາມໝາຍສຳຄັນຍິ່ງຕໍ່ການພັດທະນາຂອງປະເທດຊາດໃນສະພາບທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດນັບມື້ນັບໄດ້ຮັບການຍົກສູງຢູ່ເວທີສາກົນ. ນາງ ເລທິມິ, ເລຂາຄະນະພັກຕາແສງ ຮ່າງດາວ, ເມືອງ ຮ່ວານກຽມ, ຮ່າໂນ້ຍ ໃຫ້ຮູ້ວ່າ ນາງກໍ່ຄືບັນດາພະນັກງານ, ສະມາຊິກພັກ, ປະຊາຊົນຂອງຕາແສງ ມີຄວາມຫວັງຕໍ່ຄະນະບໍລິຫານງານສູນກາງພັກຊຸດໃໝ່. ນີ້ແມ່ນບັນດາພະນັກງງານດີເດັ່ນກ່ຽວກັບກຳລັງຄວາມສາມາດ, ມີລະດັບຄວາມຮູ້ ແລະ ມີຄຸນສົມບັດ, ຖືຜົນປະໂຫຍດຂອງປະເທດ, ປະຊາຊົນເປັນສຳຄັນແຖວໜ້າ ເພື່ອນຳພາປະເທດຊາດ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top