• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ​ຊ​ຊ ຕາ​ແສງ ເວິນ​ເຊີນ, ແຂວງ ຮ່​ວາ​ບິງ ປູກ​ຕົ້ນ​ໄມ້​ກິນ​ໝາກປະ​ເພດ​ກີບ ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ

ຕາແສງເວິນເຊີນ, ເມືອງເຕິນລາກ ແມ່ນສະຖານທີ່ປູກຕົ້ນໄມ້ກິນໝາກປະເພດກີບທີ່ມີຊື່ສຽງຢູ່ແຂວງຮ່ວາບິງ. ຍ້ອນໄດ້ຫັນປ່ຽນຜົນລະປູກ, ຈາກການປູກມັນດ້າງ, ສາລີ, ມັນຕົ້ນ ໄປປູກຕົ້ນໝາກສົ້ມໂອ, ໝາກກ້ຽງ, ປຊຊ ຕາແສງເວິນເຊີນ ຫຼາຍຄົນ ໄດ້ບືນຕົວຂຶ້ນ, ສ້າງຄວາມຮັ່ງມີເທື່ອລະກ້າວ.
ເອື້ອຍ ດິງທິກວຽດ ຊາວບ້ານໂຊມ, ຕາແສງເວິນເຊີນ (ພາບ: ງອກແອັງ)

ຕາແສງເວິນເຊີນ ຢູ່ຫ່າງຈາກໃຈກາງເມືອງ ເຕິນລາກ 20 ກມ ໄປທາງທິດຕາເວັນຕົກສ່ຽງເໜືອ, ລວມມີ 17 ບ້ານ, ປຊຊ ປະມານ 5.600 ຄົນ ຊື່ງໃນນັ້ນ, ຊາວເຜົ່າ ເມື່ອງ ກວມເອົາ 98%.

ຢູ່ ຕາແສງເວິນເຊີນ, ປຊຊ ໄດ້ຟື້ນຟູການປູກຕົ້ນໝາກກ້ຽງນ້ອຍ ນາມເຊີນ (ຊື່ງແມ່ນແນວພັນໝາກກ້ຽງນ້ອຍທີ່ໄດ້ປູກແຕ່ຊຸມປີ 50 ຂອງສັດຕະວັດກ່ອນຢູ່ຕາແສງ ນາມເຊີນ, ປະຈຸບັນໂຮມເຂົ້າຕາແສງ ເວິນເຊີນ). ປຊຊ ໄດ້ເອີ້ນແນວພັນໝາກກ້ຽງນ້ອຍນີ້ ແມ່ນໝາກກ້ຽງນ້ອຍບູຮານ. ໝາກກ້ຽງນ້ອຍ ນາມເຊີນ ມີຊື່ສຽງຍ້ອນເປືອກບາງ, ມີນວນ ແລະ ນ້ຳຫຼາຍ, ມີກິ່ນຫອມທີ່ເປັນເອກະລັກສະເພາະ. ຕົ້ນໝາກກ້ຽງນ້ອຍໄດ້ຮັບໃບຢັ້ງຢືນຍີ່ຫໍ້ລວມໝູ່ “ໝາກກ້ຽງນ້ອຍ ນາມເຊີນ” ປີ 2018. ນອກຈາກໝາກກ້ຽງນ້ອຍແລ້ວ, ຊາວກະສິກອນຢູ່ທີ່ນີ້ ຍັງປູກຕົ້ນໄມ້ກິນໝາກບາງຊະນິດອື່ນຄື: ໝາກກ້ຽງແກັງ, ໝາກກ້ຽງໃຈເຫຼືອງ (ໝາກກ້ຽງນ້ຳເຜີ້ງ), ໝາກສົ້ມໂອໃຈແດງ (ສົ້ມໂອທັບທິມ) ເຕິນລາກ. ອ້າຍ ເລຈີຮວຽນ, ຮອງປະທານຄະນະກຳມະການ ປຊຊ ເມືອງ ເຕິນລາກ, ແຂວງ ຮ່ວາບິ່ງ ໃຫ້ຮູ້ວ່າ:

ຕົ້ນໄມ້ກິນໝາກຂອງເມືອງ ເຕິນລາກ ມີເຄື່ອງໝາຍການຄ້າ ແລະ ທີ່ຕັ້ງທີ່ແນ່ນອນໃນຕະຫຼາດຄື: ຕົ້ນໝາກສົ້ມໂອ, ຕົ້ນໝາກກ້ຽງ. ພວກຂ້າພະເຈົ້າໄດ້ຈົດທະບຽນຍີ່ຫໍຜະບິດຕະພັນສຳລັບໝາກສົ້ມໂອໃຈແດງ ເຕິນລາກ ແລະ ໄດ້ຮັບໃບຢັ້ງຢືນວ່າ ແມ່ນຜະລິດຕະພັນ OCOP (ໂຄງການແຫ່ງຊາດ ໜຶ່ງຕາແສງໜຶ່ງຜະລິດຕະພັນ). ໝາກສົ້ມໂອໃຈແດງ ເຕິນລາກ ໄດ້ສົ່ງອອກໄປຕະຫຼາດ ອັງກິດ. ໝາກກ້ຽງນ້ອຍນບູຮານ ນາມເຊີນ ກໍ່ໄດ້ຮັບການຢັງຢືນວ່າ ແມ່ນຜະລິດຕະພັນ OCOP 3 ດາວຂອງແຂວງ ຮ່ວາບິ່ງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top