• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍແມ່ນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮຽກຮ້ອງໃຫ້ແຂວງ ກ໋ວາງນິງ ສືບຕໍ່ເອົາໃຈໃສ່ກ່ວາອີກເພື່ອໃຫ້ “ວັນບຸນທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ” ໃຫ້ນັບມື້ນັບແທດຈິງ, ຮັບໃຊ້ບັນດາໜ້າທີ່ການເມືອງ - ເສດຖະກິດ, ວັດທະນະທຳ - ສັງຄົມຂອງທ້ອງຖິ່ນ
  ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກ່າວຄຳເຫັນທີ່ພິທີ (ພາບ:Nguyễn Hùng)  

ຕອນເຊົ້າວັນທີ 15 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມວັນບຸນທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດປີ 2022 ຢູ່ຕາແສງ ວຽດເຢີນ, ເທດສະບານ ດົງຈ່ຽວ, ແຂວງ ກ໋ວາງນີງ. ນີ້ແມ່ນຕາແສງບັນລຸມາດຖານຊົນນະບົດໃໝ່ຕົວແບບ; ປະຕິບັດຂະບວນການ “ທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ ຕາແສງເຂດສາສະໜາ” ຢ່າງມີປະສິດທິຜົນ ທີ່ໄດ້ຮັບການຕີລາຄາສູງຈາກລັດຖະບານ, ກະຊວງຕຳຫຼວດ.

ກ່າວຄຳເຫັນທີ່ວັນບຸນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮຽກຮ້ອງໃຫ້ແຂວງ ກ໋ວາງນິງ ສືບຕໍ່ເອົາໃຈໃສ່ກ່ວາອີກເພື່ອໃຫ້ “ວັນບຸນທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ” ໃຫ້ນັບມື້ນັບແທດຈິງ, ຮັບໃຊ້ບັນດາໜ້າທີ່ການເມືອງ - ເສດຖະກິດ, ວັດທະນະທຳ - ສັງຄົມຂອງທ້ອງຖິ່ນ:

“ໂດຍກຳນົດແຈ້ງໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍແມ່ນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນ, ໃນນັ້ນ, ກຳລັງຕຳຫຼວດແມ່ນແກ່ນສານ. ສືບຕໍ່ປ່ຽນໃໝ່ເນື້ອໃນ, ຮູບແບບ, ມາດຕະການສ້າງ “ຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ” ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເໝາະສົມກັບເງື່ອນໄຂ, ສະພາບການລະອຽດຂອງແຕ່ລະເຂດ, ພາກ, ຂົງເຂດ, ບໍລິເວນລະອຽດຢູ່ຮາກຖານ. ພ້ອມນັ້ນ, “ຂະບວນການທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງຂອງຊາດ” ຕ້ອງຕິດພັນກັບບັນດາຂະບວນການແຂ່ງຂັນຮັກຊາດໂດຍພັກ, ລັດ, ບັນດາອົງການ, ຫົວໜ່ວຍ, ແນວໂຮມປະເທດຊາດ ແລະ ໝູ່ຄະນະ… ປຸກລະດົມເພື່ອສ້າງການກະທົບທີ່ຕັ້ງໜ້າ ແລະ ມີແຜ່ກະຈາຍໃນຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊຸມຊົນ.”

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top