• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ່ຽນ​ແປງ​ໃໝ່​ວຽກ​ງານ​ໂຄ​ສະ​ນາ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ

ດ້ວຍສານຫຼັກທີ່ວ່າ “ຮ່ວມກຳລັງ - ບຸກທະລຸ” ຈຸດໃໝ່ຂອງວຽກງານສົ່ງເສີມ, ໂຄສະນາການທ່ອງທ່ຽວໃນປີນີ້ແມ່ນ ປະກາດໂຄງການສົ່ງເສີມ, ໂຄສະນາການທ່ອງທ່ຽວປີ 2026 ບົນພື້ນຖານສັງລວມຂໍ້ມູນກ່ຽວກັບບັນດາການເຄື່ອນໄຫວສົ່ງເສີມ.
ທ່ານ ຫງວຽນຈຸງແຄ້ງ ຫົວໜ້າກົມການທ່ອງທ່ຽວແຫງ່ຊາດ ຫວຽດນາມ ກ່າວຄຳເຫັນທີ່ເຫດການ (ພາບ: ວິງຝອງ)

ຕອນບ່າຍວັນທີ 2 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແລະ ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ຈັດຕັ້ງພິທີປະກາດບັນດາເຫດການສົ່ງເສີມ, ໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ບັນດາຕະຫຼາດຈຸດສຸມປີ 2026.

ດ້ວຍສານຫຼັກທີ່ວ່າ “ຮ່ວມກຳລັງ - ບຸກທະລຸ” ຈຸດໃໝ່ຂອງວຽກງານສົ່ງເສີມ, ໂຄສະນາການທ່ອງທ່ຽວໃນປີນີ້ແມ່ນ ປະກາດໂຄງການສົ່ງເສີມ, ໂຄສະນາການທ່ອງທ່ຽວປີ 2026 ບົນພື້ນຖານສັງລວມຂໍ້ມູນກ່ຽວກັບບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດປີ 2026 ຂອງບັນດາທ້ອງຖິ່ນ ແລະ ວິສາຫະກິດ. ທ່ານ ຫງວຽນຈຸງແຄ້ງ ຫົວໜ້າກົມການທ່ອງທ່ຽວແຫງ່ຊາດ ຫວຽດນາມ ໃຫ້ຮູ້ວ່າ:

ປີ 2026, ມີ 79 ກິດຈະກຳເຄື່ອນໄຫວສົ່ງເສີມການໂຄສະນາການທ່ອງທ່ຽວ ຫວຽດນາມຢູ່ຕ່າງປະເທດ. ໃນນັ້ນ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຈະຈັດຕັ້ງ 19 ກິດຈະກຳ, ທ້ອງຖິ່ນຈັດຕັ້ງ 21 ກິດຈະກຳ ແລະ ວິສາຫະກິດ, ກຸ່ມບໍລິສັດຈະຈັດຕັ້ງ 39 ກິດຈະກຳ. ລາຍການໄດ້ຮັບຄວາມເຫັນດີເປັນເອກະພາບລະຫວ່າງອົງການຄຸ້ມຄອງຂັ້ນສູນກາງ, ທ້ອງຖິ່ນ ແລະ ມີການເຂົ້າຮ່ວມຂອງວິສາຫະກິດ. ນີ້ແມ່ນທ່າອ່ຽງໃໝ່ຂອງວຽກງານໂຄສະນາ ການທ່ອງທ່ຽວ ຫວຽດນາມ. ທຸກໆເຫດການໂຄສະນາພາຍໃນປະເທດ ຫຼື ຕ່າງປະເທດ ລ້ວນແຕ່ໄດ້ກຳນົດວ່າແມ່ນໜ້າທີ່ຈຸດສຸມ ແລະ ຕ້ອງສຸມໃສ່ຜັນຂະຫຍາຍຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top