• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ່ຽນໃຫມ່ວຽກງານການສື່ສານການຕ່າງປະເທດໃນໄລຍະໃຫມ່

      ວັນທີ  31 ພຶດສະພາ, ຢູ່ ສຳນັກງານວິທະຍຸກະຈາຍສຽງຫວຽດນາມ ເຮືອນເລກທີ 58 ຖະຫນົນ ກວານຊື ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ຄະນະຊີ້ນຳວຽກງານການສື່ສານຕ່າງປະເທດ ໄດ້ຈັດຕັ້ງ ພິທີມອບລາງວັນທົ່ວປະເທດກ່ຽວກັບການສື່ສານການຕ່າງປະເທດປີ 2016.
 ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ, ທ່ານ ຫວໍວັນເຖືອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ,
ຫົວຫນ້າຄະນະຊີ້ນຳວຽກງານການສື່ສານການຕ່າງປະເທດມອບລາງວັນໃຫ້VOV5
      ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ, ທ່ານ ຫວໍວັນເຖືອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຫົວຫນ້າຄະນະຊີ້ນຳວຽກງານການສື່ສານການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ເຂົ້າຮ່ວມພິທີ.
ກ່າວຄຳເຫັນນະພິທີມອບລາງວັນ, ທ່ານ ຫວໍວັນເຖືອງ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຫົວຫນ້າຄະນະຊີ້ນຳວຽກງານການສື່ສານຕ່າງປະເທດ ຢືນຢັນເຖິງບົດບາດສຳຄັນຂອງການສື່ສານການຕ່າງປະເທດໃນໄລຍະໃຫມ່, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ, ປັບປຸງ ແລະ ເປີດກວ້າງການພົວພັນຂອງຫວຽດນາມກັບບັນດາປະເທດ, ເພີ່ມທະວີຄວາມສະຫນິດຕິດພັນຂອງປະຊາຄົມຊາວຫວຽດນາມກໍຄືການສະຫນັບສະຫນູນຂອງເພື່ອນມິດ ແລະ ປະຊາຄົມສາກົນຕໍ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ຫວໍວັນເຖືອງ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຫົວຫນ້າຄະນະຊີ້ນຳວຽກງານການສື່ສານຕ່າງປະເທດ ສະເຫນີວ່າ:
        “ໃນໄລຍະຈະມາເຖິງ, ວຽກງານການສື່ສານການຕ່າງປະເທດຄວນສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ເປັນເຈົ້າການ, ຕັ້ງຫນ້າຜັນຂະຫຍາຍຕາມທິດປະສິດທິຜົນ, ແທດຈິງ, ເພີ່ມທະວີແຫ່ລງກຳລັງ, ເປີດກວ້າງຂອບເຂດ, ເປົ້າໝາຍ, ບໍລິເວນ ເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ, ປະຕິບັດຫນ້າທີ່ຂອງພັກ, ລັດມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນສ້າງເງື່ອນໄຂສະດວກເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ເປັນເຈົ້າການ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນເພື່ອພັດທະນາປະເທດຊາດ. ຂ້າພະເຈົ້າສະເຫນີ ພະນັກງານເຮັດວຽກງານການສື່ສານການຕ່າງປະເທດ ສືບຕໍ່ປ່ຽນໃຫມ່ກ່ຽວກັບເນື້ອໃນ, ຮູບການ ແລະ ມາດຕະການ ເພື່ອແນໃສ່ເພີ່ມທະວີການຜັນຂະຫຍາຍບັນດາການເຄື່ອນໄຫວການສື່ສານການຕ່າງປະເທດເຖິງບັນດາເປົ້າໝາຍ ແລະ ບໍລິເວນອື່ນ.”
        ເຂົ້າຮ່ວມການເສັງທົ່ວປະເທດກ່ຽວກັບການສື່ສານການຕ່າງປະເທດປີ 2016 ນີ້, ວິທະຍຸກະຈາຍສຽງຫວຽດນາມ ຍາດໄດ້ 7 ລາງວັນ, ໃນນັ້ນ ກຸ່ມນັກຂ່າວຂອງລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ (VOV5) ຍາດໄດ້ລາງວັນທີຫນຶ່ງ ລວມມີ ນັກຂ່າວ ຫງວຽນທິທູຮວາ, ຫວູທິແອງຮ່ວຽນ ແລະ ຫວູເຍີດກີງ ໃນຮູບການກະຈາຍສຽງ ສຳລັບບົດຂຽນ “ເລື່ອງລາວ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ”
 (ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top