• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ ໂດຍສັນຕິວິທີ

ໃນຍຸດທະສາດປົກປັກຮັກສາປະເທດຊາດ, ທັດສະນະປົກປັກຮັກສາປະເທດຊາດແຕ່ … ໄກ ຂອງພັກກອມມູນິດ ຫວຽດນາມແມ່ນການສືບທອດ, ພັດທະນາແນວຄິດທີ່ເປັນມູນເຊື້ອ “ປົກປັກຮັກສາປະເທດຊາດເມື່ອປະເທດຊາດຍັງບໍ່ທັນປະສົບກັບຄວາມສ່ຽງ”. ພ້ອມກັນນັ້ນ ກໍ່ເປັນການສະແດງໃຫ້ເຫັນຈິນຕະນາການໃຫມ່ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບວິທີການ, ຄວາມຮຽກຮ້ອງຕ້ອງການ, ຫນ້າທີ່ ປົກປັກຮັກສາປະເທດຊາດໃນສະພາບການໃຫມ່.
ທະຫານປ້ອງກັນຊາຍແດນ ຫວຽດນາມ ແລະ ກຳລັງປ້ອງກັນຊາຍແດນຂອງ ລາວ ປະຕິບັດພິທີກຳເຄົາລົບທຸງຊາດໃນພິທີລາດຕະເວນສອງຝ່າຍ.

ໃນໂລກທີ່ຜັນແປສັບສົນ, ແກ້ງແຍ່ງຍຸດທະສາດ ແລະ ມີຫລາຍການເລືອກເຟັ້ນ, ຫວຽດນາມບໍ່ເລືອກເອົາຝ່າຍ ຫາກເລືອກເຟັ້ນຄວາມເປັນທຳ, ຄວາມຍຸຕິທຳ, ຄວາມສະເຫມີພາບ ແລະ ຄວາມຖືກຕ້ອງ ບົນພື້ນຖານບັນດາຫລັກການຂອງກົດໝາຍສາກົນ.

ທັດສະນະສະເໝີຕົ້ນສະເຫມີປາຍ

ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ (ປີ 2021) ຊີ້ແຈ້ງວ່າ: “ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນແກ່ນ, ປົກປັກຮັກສາພັກ, ລັດ, ປະຊາຊົນ, ລະບອບສັງຄົມນິຍົມ, ພື້ນຖານວັດທະນະທຳ ແລະ ຜົນປະໂຫຍດປະເທດຊາດ, ຂອງຊາດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງແຫ່ງຊາດ, ຄວາມປອດໄພຂອງມະນຸດ, ກໍ່ສ້າງສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ປອດໃສແມ່ນ ເພື່ອພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ”. ຈຸດສຸມຢູ່ທີ່ນີ້ນັ້ນແມ່ນ : ເປົ້າໝາຍ ປົກປັກຮັກສາປະເທດຊາດ ບໍ່ພຽງແຕ່ແມ່ນເພື່ອຮັບມືກັບສົງຄາມ ຫາກບັນຫາສຳຄັນ ແລະ ຈຳເປັນກວ່າແມ່ນສ້າງກຳລັງແຮງເພື່ອຮັກສາສະຖຽນລະພາບດ້ານການເມືອງ ແລະ ສະພາບແວດລ້ອມແຫ່ງສັນຕິພາບ, ເພື່ອສ້າງສາ ແລະ ພັດທະນະປະເທດຊາດຕາມທິດສັງຄົມນິຍົມ.

ປື້ມປົກຂາວດ້ານປ້ອງກັນຊາດ ຫວຽດນາມ ປີ 2019 ຊີ້ແຈ້ງນະໂຍບາຍປ້ອງກັນຊາດ “ 4 ບໍ່”,ນັ້ນແມ່ນ ບໍ່ເຂົ້າຮ່ວມພັນທະມິດການທະຫານ, ບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ, ບໍ່ໃຫ້ຕ່າງປະເທດຕັ້ງຖານທີ່ໝັ້ນການທະຫານ ຫລື ນຳໃຊ້ຜຶນແຜ່ນດິນເພື່ອຕ້ານຄືນປະເທດອື່ນ, ບໍ່ນຳໃຊ້ກຳລັງອາວຸດ ຫລື ນາບຂູ່ການນຳໃຊ້ກຳລັງອາວຸດໃນການພົວພັນສາກົນ.

ກ່າວຄຳເຫັນເມື່ອເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳການສ້າງແຜນຮ່າງສະຫລຸບ 10ປີ ແຫ່ງການປະຕິບັດມະຕິເລກທີ 22 ຂອງກົມການເມືອງກ່ຽວກັບການເຊື່ອມໂຍງສາກົນ ຊື່ງດຳເນີນແຕ່ວັນທີ 2 ສິງຫາປີ 2023 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນອີກຄັ້ງຫນຶ່ງກ່ຽວກັບນະໂຍບາຍດັ່ງກ່າວ.

 ຫວ່າງແລ້ວນີ້, ປື້ມທີ່ມີຫົວຂໍ້ວ່າ: “ບາງບັນຫາກ່ຽວກັບແນວທາງການທະຫານ, ຍຸດທະສາດປ້ອງກັນຊາດໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມໃນໄລຍະໃຫມ່”, ໂດຍພິມຈຳຫນ່າຍເມື່ອເດືອນກັນຍາ, ຊື່ງໄດ້ລວບລວມບົດຂຽນ, ບົດປາໄສ, ບົດຕອບສຳພາດຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໂດຍຊີ້ໃຫ້ເຫັນຢ່າງຈະແຈ້ງການກຳນົດທິດທີ່ສຳຄັນເພື່ອສືບຕໍ່ສ້າງ, ປັບປຸງແນວທາງການທະຫານ, ຍຸດທະສາດປ້ອງກັນຊາດ ຫວຽດນາມ ໃຫ້ສົມບູນແບບ. ພົນຈັດຕະວາ ຫວູເກືອງກວຽດ, ຫົວຫນ້າສະຖາບັນຍຸດທະສາດປ້ອງກັນຊາດ ແບ່ງປັນວ່າ:                  

“ບັນຫາຫລັກ, ບາດກ້າວບຸກທະລຸໃນຈິນຕະນາການຂອງທ່ານເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງໃນການສ້າງຍຸດທະສາດປ້ອງກັນຊາດ ຫວຽດນາມ ນັ້ນແມ່ນແນວຄິດ ປົກປັກຮັກສາເອກະລາດ, ເປັນເຈົ້າຂອງປະເທດຊາດ ຕ້ອງຕິດພັນກັບການປົກປັກຮັກສາສັນຕິພາບ ແລະ ປົກປັກຮັກສາສັນຕິພາບ ແມ່ນຄຸນຄ່າສັກກະລະບູຊາຂອງຫນ້າທີ່ປົກປັກຮັກສາປະເທດຊາດ. ນີ້ແມ່ນແນວຄິດທິດສະດີການທະຫານປ້ອງກັນຊາດທີ່ມີຫົວຄິດປະດິດສ້າງເປັນເອກະລັກ, ປົກປັກຮັກສາສະພາບແວດລ້ອມສັນຕິພາບ ແມ່ນເປົ້າໝາຍລຸລ່ວງໃນການສ້າງກຳລັງແຮງສັງລວມດ້ານປ້ອງກັນຊາດການທະຫານ”

ການເຄື່ອນໄຫວຕົວຈິງ

ດ້ວຍການບຸລິມະສິດ ປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ, ຫວຽດນາມໄດ້ຕັ້ງຫນ້າສ້າງບັນດາການເຄື່ອນໄຫວຮ່ວມມືສັນຕິພາບກັບບັນດາປະເທດ. ປະຈຸບັນ, ຫວຽດນາມ ໄດ້ມີການພົວພັນ,ຮ່ວມມືດ້ານປ້ອງກັນຊາດກັບບັນດາຄູ່ຮ່ວມມືຫລັກແຫລ່ງ, ສອດຄ່ອງກັບບັນດາການພົວພັນສອງຝ່າຍຕາມຂອບເຂດຂອງຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືຮອບດ້ານ. ຄວາມຈິງ, ການພົບປະມິດຕະພາບດ້ານປ້ອງກັນຊາດຢູ່ຊາຍແດນ ຫວຽດນາມ - ຈີນ ໄດ້ຜ່ານການເຄື່ອນໄຫວຈັດຕັ້ງເປັນ 7 ຄັ້ງແລ້ວ, ໄດ້ປະກອບສ່ວນຊຸກຍູ້ຄວາມສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງບັນດາກົມກອງປົກປັກຮັກສາຊາຍແດນສອງປະເທດ. ກະຊວງປ້ອງກັນປະເທດຫວຽດນາມ ກໍ່ໄດ້ຈັດຕັ້ງການພົບປະມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ -ລາວ -ກຳປູເຈຍ ຄັ້ງທີ 1 ເມື່ອວັນທີ 14 ທັນວາ ຢູ່ ເຂດຫລັກໝາຍສາມຫລ່ຽມຊາຍແດນ (ແຂວງ ກອນຕູມ/ ຫວຽດນາມ, ອັດຕະປີ ຂອງລາວ ແລະ ຣັດຕານາກິຣີ ຂອງ ກຳປູເຈຍ)

ຫວຽດນາມ ກໍ່ຕັ້ງຫນ້າເຂົ້າຮ່ວມການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຫລາຍຝ່າຍຜ່ານຊອ່ງທາງປ້ອງກັນຊາດ ອາຊຽນ (ADMM/ADMM+), ການຮ່ວມມືດ້ານການທະຫານ ອາຊຽນ, ການຮ່ວມມືດ້ານປ້ອງກັນຊາດໃນຂອບເຂດເວທີປາໄສພາກພື້ນ ອາຊຽນ ກ່ຽວກັບການຊຸກຍູ້ການພົບປະເຈດລະຈາ ແລະ ການຮ່ວມມືກ່ຽວກັບບັນຫາການເມືອງ ການປ້ອງກັນຄວາມສະຫງົບ (ARF) ແລະບາງເວທີປາໄສຫລາຍຝ່າຍອື່ນ..

ໂດຍແມ່ນປະເທດທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ຫວຽດນາມ ໄດ້ຕັ້ງຫນ້າຮ່ວມມືພ້ອມກັບບັນດາປະເທດອື່ນແກ້ໄຂບັນດາບັນຫາຄວາມໝັ້ນຄົງທີ່ເກີດຂຶ້ນ, ປະກອບສ່ວນປົກປັກຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະໂລກ. ພິເສດ ແມ່ນການເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງ ສະຫະປະຊາຊາດ(ສປຊ). ມາຮອດປະຈຸບັນ, ຫວຽດນາມ ໄດ້ຈັດສົ່ງພະນັກງານ, ລັດຖະກອນເປັນ 790 ເທື່ອຄົນໄປປະຕິບັດຫນ້າທີ່ຢູ່ບັນດາກຳລັງປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ.

ເມື່ອແບ່ງປັນທັດສະນະຂອງ ຫວຽດນາມ ທີ່ພິທີແລກປ່ຽນນະໂຍບາຍ ຢູ່ ສະພາການພົວພັນຕ່າງປະເທດ ອາເມລິກາ (CFR) ເນື່ອງໃນໂອກາດດຳເນີນສັບປະດາສຸດຍອດ APEC 2023 ແລະ ການສົມກັນທົບເຄື່ອນໄຫວສອງຝ່າຍຢູ່ ອາເມລິກາເມື່ອ ວັນທີ 15 ພະຈິກ ຜ່ານມາ, ຢູ່ ນະຄອນ San Francisco, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນຫນັກວ່າ:

“ໃນສະພາບການສາກົນຄືປະຈຸບັນ, ຫວຽດນາມ ແບ່ງປັນທັດສະນະລວມກ່ຽວກັບເລື່ອງບັນດາປະເທດປະຕິບັດນະໂຍບາຍສັນຕິພາບ, ຖືເປັນສຳຄັນຄວາມສະເຫມີພາບ, ຜົນປະໂຫຍດອັນຊອບທຳຂອງກັນ ແລະ ເຄົາລົບກົດໝາຍສາກົນ. ຫວຽດນາມ ສະຫນັບສະຫນູນການປັບປຸງ, ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ ແລະ ເພີ່ມທະວີການສົມທົບສາກົນເພື່ອຫລຸດຜ່ອນຄວາມເຄັ່ງຕຶງ, ສະກັດກັ້ນ, ຢຸດຕິການປະທະກັນເພື່ອແກ້ໄຂບັນດາບັນຫາເພື່ອການພັດທະນາ”

ທັດສະນະປົກປັກຮັກສາປະເທດຊາດ ແຕ່ຫົວທີ, ແຕ່ໄກ ໂດຍສັນຕິວິທີ ແມ່ນຊີ້ໃຫ້ເຫັນຄວາມເປັນເຈົ້າການຂອງຫວຽດນາມ ໃນການສ້າງສາ, ປົກປັກຮັກສາປະເທດຊາດ ພ້ອມທັງເປັນການປະກອບສ່ວນລວມໃຫ້ພາລະກຳປົກປັກຮັກສາສັນຕິພາບຂອງພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top