• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກ​ລະ​ດົມ “ບ​ຸນ​ເຕັດ​​ປູກ​ຕົ້ນ​ໄມ້ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ປະ​ທານ​ໂຮ່​ຈີ​ມິນ ຕະຫຼອດໄປ”

ຕອນເຊົ້າວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດ ພິທີປຸກລະດົມ “ບຸນເຕັດ ປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈີມິນ ຕະຫຼອດໄປ” ລະດູບານໃໝ່ປີມະໂລງ 2024.
ການນຳສູນກາງ, ກະຊວງປ້ອງກັນປະເທດ ເຂົ້າຮ່ວມການປູກຕົ້ນໄມ້ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວແຈ້ງວ່າ: ພາຍຫຼັງ 3 ປີ ແຫ່ງການປະຕິບັດແຜນຮ່າງ ປູກຕົ້ນໄມ້ 1 ຕື້ຕົ້ນ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ , ທົ່ວປະເທດ ໄດ້ປູກຕົ້ນໄມ້ເກືອບ 770 ລ້ານ ຕົ້ນ.  ໂດຍປະກອບສ່ວນເຂົ້າໃນຜົນສຳເລັດລວມນັ້ນ ກະຊວງປ້ອງກັນປະເທດ ແລະ ບັນດາກົມກອງ ໄດ້ ມີຄວາມເປັນເຈົ້າການ, ຕັ້ງໜ້າ, ນຳໜ້າໃນການຕອບສະໜອງຂະບວນການປູກຕົ້ນໄມ້, ປູກປ່າ ແລະ ດ້ວຍຫຼາຍວິທີການທີ່ດີ ແລະ ແທດຈິງ. ທ່ານໃຫ້ຮູ້ວ່າ:

ໂດຍໄດ້ປະຕິບັດຄຳສັ່ງເລກທີ 13 ຂອງ ຄະນະເລຂາທິການກ່ຽວກັບການເພີ່ມທະວີການ ນຳພາຂອງພັກ ຕໍ່ວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າ ຢ່າງເຂັ້ມງວດ. ສືບຕໍ່ສຶກສາ, ໂຄສະນາເຜີນແຜ່ ຄຳຮຽກຮ້ອງ “ບຸນເຕັດ ປູກຕົ້ນໄມ້” ຂອງປະທານໂຮ່ຈີມິນ ແລະ ມີຫຼາຍວິທີການປະຕິບັດທີ່ມີຫົວຄິດປະດິດສ້າງ ເພື່ອສົ່ງເສີມບັນດາຫົວໜ່ວຍ, ນັກຮົບ ທົ່ວກອງທັບ ເຂົ້າຮ່ວມການແຂ່ງຂັນ, ປູກຕົ້ນໄມ້, ປະຕິບັດຂະບວນການ “ບຸນເຕັດປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈີມິນ ຕະຫຼອດໄປ” ໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ.

Top